ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ40ປີແຫ່ງວັນປົດປ່ອຍພາກໃຕ້,ໂຮມປະເທດຊາດເປັນເອກະພາບ

ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ40ປີແຫ່ງວັນປົດປ່ອຍພາກໃຕ້,ໂຮມປະເທດຊາດເປັນເອກະພາບ - ảnh 1
ພົນ​ໂທ ໂດ໋​ບ໋າ​ຕິ, ກ່າວ​ຄຳ​ເຫັນ​ທີ່ກອ​ງ​ປະ​ຊຸມ​ສຳ​ມະ​ນາ
(ພາບ: qdnd.vn)

(vovworld) – “ພົນ​ເອກ ຮ່​ວາງວັນ​ທ໋າຍ - ນັກ​ການ​ທະ​ຫານ​ຜູ​້​ປະ​ຊາ​ສາ​ມາດ, ມີ​ຄຸນ​ສົມ​ບັດ​ດີ​ຂ​ອງ​ການ​ປະ​ຕິ​ວັດ​ຫວຽດ​ນາມ” ແມ່ນ​ຫົວ​ຂໍ້​ຂອງກອງ​ປ​ະ​ຊຸມ​ສຳ​ມະ​ນາ​ໂດຍ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 17/4, ຢູ່​ຮ່າ​ໂນ້ຍ. ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເຫດ​ການ​ເຄື່ອນ​ໄຫວ​ແທ​ດ​ຈິງ, ມຸ່ງ​ໄປ​ເຖິງ​ການ​ສະ​ເຫຼີມ​ສະຫຼອງ 40 ປີ​ແຫ່ງປົດ​ປ່ອ​ຍ​ພາກ​ໃຕ້, ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ. ໃນ​ຕະຫຼອ​ດ 50 ປີ​ແຫ່ງ​ການ​ເຄື່ອນ​ໄຫວ​ປະ​ຕິ​ວັດ, ມີ​ໜ້າ​ຢູ່​ທຸກໆ​ສະ​ໜາມ​ຮົບ​ທີ່​ຫຍຸ້ງ​ຍາກ, ລຳ​ບ​າກ, ໂດຍ​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຈາກ​ພັກ, ລັດ ແລະ ກອງ​ທັບ, ສະ​ນັ້ນ​ເພິ່ນ​ໄດ້​ຮັບມອບ​ໝາຍ​ຫຼາຍ​ຕຳ​ແໜ່ງ​ທີ່​ສຳ​ຄັນ. ພົນ​ເອກ ຮ່ວາງວັນ​ທ໋າຍ, ຍາມ​ໃດ​ກໍ່​ສະ​ແດງ​ຄຸນ​ນະ​ທາດຂອງ​ພົນ​ເອກ​ຜູ້​ທີ່​ປ​ີ​ຊາ​ສາ​ມາດ, ເສ​ຍ​ສະຫຼະ​​, ສູ້​ຊົນ​ຕະຫຼອດ​ຊີ​ວິດ​ເພື່ອ​ອຸ​ດົມ​ຄະ​ດີ​ຂອງ​ພັກ. ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ພົນ​ໂທ ໂດ໋​ບ໋າ​ຕິ, ຫົວ​ໜ້າ​ເສ​ນາ​ທິ​ການ​ໃຫຍ່ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ໃຫ້​ຮູ້​ວ່າ: ໃນ​ຖາ​ນະ​ເປັນ​ຫົວ​ໜ້າ​ເສ​ນາ​ທິ​ການກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ຜູ້​ທຳ​ອິດ, ພົນ​ເອກ ຮ່​ວາງວັນ​ທ໋າຍ ໄດ້​ປະ​ກອບ​ສ່ວນ​ສຳ​ຄັນ, ​ສ້າງພື້ນ​ຖານ​ຢ່າງ​ໜັກ​ແໜ້ນ​ໃຫ້​ແກ່​ການ​ສ້າງ​ຕັ້ງ, ພັດ​ທະ​ນາ​ຂອງ​ອົງ​ການ​ເສ​ນາ​ທິ​ການ​ຍຸດ​ທະ​ສາດ ແລະ ຂະ​ແໜງ​ເສ​ນາ​ທິ​ການ​ທຸກ​ຂັ້ນ​ໃນ​ກອງ​ທັບ.

        ກໍ່​ໃນ​ວັນ​ທີ 17/4 ຢູ່​ຮ່າ​ໂນ້ຍ, ກົມ​ໃຫຍ່​ການ​ເມືອງກອ​ງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ໄດ້​ມອບ​ລາງວັນ​ການ​ເສັງ​ສື່ມວນ​ຊົນ “ທະ​ຫານ​ລຸງ​ໂຮ່ - ທະ​ຫານ​ຂອງ​ປະ​ຊາ​ຊົນ”. ການ​ເສັງ​ມີ 52 ​ຄົນ, ກຸ່ມບ​ຸກ​ຄົນ​ຍາດ​ໄດ້​ລາງວັນ.


ຂ່າວ/ບົດ​ອື່ນ