ການເຄື່ອນໄຫວຕ່າງໆເພື່ອສະເຫຼີມສະຫຼອງວັນສື່ມວນຊົນປະຕິວັດຫວຽດນາມ ຄົບຮອບ 94 ປີ

(VOVWORLD) - ວັນທີ 20 ມິຖຸນາ, ຄະນະພັກແຂວງ, ສະພາປະຊາຊົນ, ຄະນະກໍາມະການປະຊາຊົນ, ບັນດາອົງການ, ຄະນະ, ຂະແໜງການ ຢູ່ຫຼາຍແຂວງ, ນະຄອນ ໄດ້ໄປຢ້ຽມຢາມ, ອວຍພອນ ແລະ ຈັດຕັ້ງການພົບປະກັບບັນດາອົງການສື່ມວນຊົນ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນສື່ມວນຊົນປະຕິວັດຫວຽດນາມ ຄົບຮອບ 94 ປີ (21/06/1925 – 21/06/2019).
ການເຄື່ອນໄຫວຕ່າງໆເພື່ອສະເຫຼີມສະຫຼອງວັນສື່ມວນຊົນປະຕິວັດຫວຽດນາມ ຄົບຮອບ 94 ປີ - ảnh 1ຄະນະພັກ, ສະພາປະຊາຊົນ, ຄະນະສະມາຊິກສະພາແຫ່ງຊາດແຂວງດັກລັກ ຢ້ຽມຢາມ ແລະ ອວຍພອນອົງການສໍານັກຂ່າວສານຫວຽດນາມ ປະຈໍາ ແຂວງດັກລັກ (ພາບ: TTXVN)

        ຢູ່ນະຄອນ ບວນມາທວັດ, ແຂວງດັກລັກ, ຄະນະພັກ, ສະພາປະຊາຊົນ, ຄະນະສະມາຊິກສະພາແຫ່ງຊາດແຂວງດັກລັກ ໄດ້ໄປຢ້ຽມຢາມ ແລະ ອວຍພອນອົງການສໍານັກຂ່າວສານຫວຽດນາມ ປະຈໍາ ແຂວງດັກລັກ. ທ່ານ Y Biêr Niê, ຮອງເລຂາພັກ, ປະທານສະພາປະຊາຊົນແຂວງ, ຫົວໜ້າຄະນະສະມາຊິກສະພາແຫ່ງຊາດແຂວງດັກລັກໄດ້ ອວຍພອນບັນດານັກຂ່າວ ພ້ອມທັງຕີລາຄາສູງການເຄື່ອນໄຫວຂອງອົງການສໍານັກຂ່າວສານຫວຽດນາມປະຈໍາແຂວງດັກລັກ ໃນການໂຄສະນາແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ, ແມ່ນຂົວເຊື່ອມຕໍ່ເພື່ອໃຫ້ປະຊາຊົນ ສ່ອງແສງແນວຄິດຈິດໃຈ, ຄວາມມຸ່ງມາດປາດຖະໜາຂອງຕົນຕໍ່ອໍານາດການປົກຄອງຂັ້ນຕ່າງໆ ອັນໄດ້ປະກອບສ່ວນບໍ່ໜ້ອຍເຂົ້າໃນການພັດທະນາເສດຖະກິດ - ສັງຄົມ ຂອງແຂວງ.

        ເນື່ອງໃນໂອກາດນີ້, ອໍານາດການປົກຄອງແຂວງດົ່ງທາບ ແລະ ເຮົ້າຢາງ ກໍໄດ້ຈັດຕັ້ງການພົບປະ ແລະ ອວຍພອນບັນດາອົງການສື່ມວນຊົນ ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ