ການເຄື່ອນໄຫວຟົດຟືຶ້ນຫຼາຍຢ່າງເນື່ອງໃນໂອກາດພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ-ງານບຸນວິຫານຮຸ່ງ 2019

(VOVWORLD) -ວັນທີ 13 ເມສາ, ຢູ່ນະຄອນຫວຽດຈີ່, ແຂວງ ຝູເທາະ, ໄດ້ຈັດການແຂ່ງຂັນຊ່ວງເຮືອຢູ່ແມ່ນ້ຳ ໂລ ປີ 2019.

ການເຄື່ອນໄຫວຟົດຟືຶ້ນຫຼາຍຢ່າງເນື່ອງໃນໂອກາດພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ-ງານບຸນວິຫານຮຸ່ງ 2019 - ảnh 1 ງານບຸນຊ່ວງເຮືອມີມາແຕ່ດົນນານທີ່ສຸດຢູ່ແຂວງຝູເທາະ

(ພາບ: TTXVN)

 ນີ້ແມ່ນງານບຸນຊ່ວງເຮືອມີມາແຕ່ດົນນານທີ່ສຸດຢູ່ແຂວງຝູເທາະ, ເພື່ອແນໃສ່ເຊີດຊູບັນດາຄຸນຄ່າວັດທະນະທຳທີ່ເປັນເອກະລັກສະເພາະຂອງສິລະປະຊ່ວງເຮືອ, ຜ່ານນັ້ນຟື້ນຟູ, ຈັດຕັ້ງງານບຸນທີ່ເປັນມູນເຊື້ອໃຫ້ໄດ້ມາດຕະຖານ ເພື່ອເປັນພະຍານຫຼັກຖານສ້າງສຳເນົາເອກະສານວິທະຍາສາດ ສະເໜີຈັດເຂົ້າບັນຊີລາຍຊື່ມໍລະດົກວັດນະທຳບໍ່ເປັນວັດຖຸລະດັບຊາດ.

        ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 12 ເມສາ, ຢູ່ສະໜາມຫຼວງ ຮຸ່ງເວືອງ, ນະຄອນຫວຽດຈີ່ ໄດ້ຈັດລາຍການງານບຸນພື້ນເມືອງຕາມທ້ອງຖະໜົນປີ 2019 ດ້ວຍຫົວຂໍ້ວ່າ “ຫວຽດຈີ່ - ນະຄອນງານບຸນ, ກັບເມືອຫາກົກເຄົ້າເຫງົ້າກໍ” ດ້ວຍການເຂົ້າຮ່ວມຂອງນັກສິລະປິນ, ນັກສະແດງ ທີ່ມາຈາກນະຄອນເກີນເທີ, ເງະອານ, ເຊີນລາ… ກວ່າ 1.400 ຄົນ ໄດ້ສະແດງບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງແຂວງຕົນ. ທ່ານ ຫງວຽນດັ໊ກຖຸ໋ຍ, ຫົວໜ້າພະແນກວັດທະນະທຳ - ກິລາ ແລະ ທ່ອງທ່ຽວ ແຂວງຝູເທາະ, ໃຫ້ຮູ້ວ່າ.

        “ໃນງານບຸນພື້ນເມືອງຕາມທ້ອງຖະໜົນນີ້, ພວກເຮົາຢາກໂຄສະນາເຖິງພໍ່ແມ່ປະຊາຊົນ ແລະ ນັກທ່ອງທ່ຽວຢູ່ທຸກແທບຖິ່ນໃນທົ່ວປະເທດ ກ່ຽວກັບຄວາມອຸດົມສົມບູນຂອງການສະແດງວັດທະນະທຳພື້ນເມືອງຂອງຊາດເຮົາ. ຜ່ານນັ້ນ, ເຊີດຊູບັນດາການສະແດງທີ່ກ່ຽວຂ້ອງເຖິງຄຸນງາມຄວາມດີຂອງການເຫຼື້ອມໄສໄຫ້ວບູຊາເຈົ້າຊີວິດຮຸ່ງ ເພື່ອປະກອບສ່ວນເຂົ້າໃນການເຊີດຊູ, ໂຄສະນາຄຸນຄ່າຂອງມໍລະດົກນັ້ນຕື່ມອີກ ມັນແມ່ນຈິດໃຈມະຫາສາມັກຄີທົ່ວປວງຊົນທັງຊາດ”.

ຕອບກັບ

ຂ່າວ/ບົດ​ອື່ນ