ການ​ເຄື່ອນ​ໄຫວ​ຢ້ຽມ​ຢາມ, ອວຍ​ພອນ​ບຸນ​ເຕັດ ທະ​ຫານ ແລະ ປະ​ຊາ​ຊົ​ນ ຢູ່​ບັນ​ດາ​ເກາະ​ທີ່​ຂຶ້ນ​ກັບ​ໝູ່​ເກາະ ເຈື່ອງ​ຊາ

(VOVWORLD) -ວັນທີ 8 ມັງກອນ, ບັນດາຄະນະປະຕິບັດງານໄດ້ສິ້ນສຸດການເດີນທາງທີ່ແກ່ຍາວເປັນເວລາ 20 ວັນ (21 ທັນວາ 2019 – 8 ມັງກອນ 2020) ຢູ່ໝູ່ເກາະເຈື່ອງຊາ ຂຶ້ນກັບເມືອງເກາະເຈື່ອງຊາ ແຂວງ ແຄ໊ງຮ່ວາ ເນື່ອງໃນໂອກາດບຸນເຕັດ.

ການ​ເຄື່ອນ​ໄຫວ​ຢ້ຽມ​ຢາມ, ອວຍ​ພອນ​ບຸນ​ເຕັດ ທະ​ຫານ ແລະ ປະ​ຊາ​ຊົ​ນ ຢູ່​ບັນ​ດາ​ເກາະ​ທີ່​ຂຶ້ນ​ກັບ​ໝູ່​ເກາະ ເຈື່ອງ​ຊາ - ảnh 1ຂອງຂວັນຂອງກະຊວງປ້ອງກັນປະເທດມອບໃຫ້ທະຫານ ປະຊາຊົນ ໝູ່ເກາະ ພູແລ: ໝູ່ເກາະເຈືອງຊາ

(ພາບ: TTXVN) 

ຄະນະປະຕິບັດງານໄດ້ໄປຍັງບັນດາເກາະໃນໝູ່ເກາະເຈື່ອງຊາເພື່ອຢ້ຽມຢາມ, ມອບຂອງຂວັນ, ອວຍພອນບຸນເຕັດປີຊວດ 2020. ບັນດາຄະນະຜູ້ແທນໄດ້ ອວຍພອນບຸນເຕັດ ແລະ ມອບຂອງຂວັນໃຫ້ແກ່ທະຫານ ແລະ ປະຊາຊົນຢູ່ໝູ່ເກາະເຈື່ອງຊາໂດຍກົງເຊິ່ງບໍ່ພຽງແຕ່ມີມູນຄ່າດ້ານວັດຖຸເທົ່ານັ້ນ ຫາກຍັງແມ່ນອາລົມຈິດຂອງປະຊາຊົນຢູ່ເຂດດິນຕໍ່ແຜ່ນໄດ້ສົ່ງມາໃຫ້ເຈື່ອງຊາອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ