ການເຄື່ອນໄຫວຫຼາຍຢ່າງ ສະເຫຼີມສະຫຼອງ ແຫ່ງ ວັນແຫ່ງການປະຕິວັດເດືອນສິງຫາ 19/8

ການເຄື່ອນໄຫວຫຼາຍຢ່າງ ສະເຫຼີມສະຫຼອງ ແຫ່ງ ວັນແຫ່ງການປະຕິວັດເດືອນສິງຫາ 19/8 - ảnh 1
​ງານ​ວາງ​ສະ​ແດງ​ຮູບ​ພາບສະ​ຖາ​ນະ​ການ-ເອ​ກະ​ສານ​,
ຮູບ​ພາບ​ປຸກ​ລະ​ດົມແຂວງ ຫາຍ​ເຢືອງ
(ພາບ: baohaiduong.vn)


(vovworld)-​ ​ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 69 ປີ ແຫ່ງວັນ​ປະ​ຕິ​ວັດ​ເດືອນ​ສິງ​ຫາ 19/8 ແລະ ວັນ​ຊາດ 2/9, ​ກໍ່​ຄື 45 ປີ ແຫ່ງວັນປະ​ຕິ​ບັດພິ​ໄນ​ກຳ ຂອງ​ປະ​ທານ​ໂຮ່​ຈິ​ມິນ, ວັນ​ທີ 19/8, ​ພະ​ແນກວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ແຂວງ ຫາຍ​ເຢືອງ ຈັດ​ຕັ້ງ​ງານ​ວາງ​ສະ​ແດງ​ຮູບ​ພາບສະ​ຖາ​ນະ​ການ-ເອ​ກະ​ສານ​, ຮູບ​ພາບ​ປຸກ​ລະ​ດົມແຂວງ ຫາຍ​ເຢືອງ ໃນ​ປີ 2014. ງານ​ວາງ​ສະ​ແດງ​ໄດ້​ແນະ​ນຳ​ຮູບ​ພາບ​ປະ​ຫວັດ​ສາດ ປະ​ມານ 400 ຮູບ ກ່ຽວ​ກັບ​ຂີດ​ໝາຍ​​ປະ​ຫວັດ​ສາດແຫ່ງ​ໄຊ​ຊະ​ນະອັນ​ສະ​ຫງ່າ​ລາ​ສີ​ໃນ​ຕະຫຼອດ 69 ປີ ຜ່ານ​ມາ ນັບ​ແຕ່​​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ, ຄວາມຕັດ​ສິນ​ໃຈ​ຂອງ​ທົ່ວ​ປວງ​ຊົນໃນ​ການ​ສູ້​ຊົນ​ປະ​ຕິ​ບັດພິ​ໃນ​ກຳ ຂອງ​ປະ​ທານ​ໂຮ່​ຈິ​ມິນ. ງານ​ວາງ​ສະ​ແດງ​ກໍ່​ແນະ​ນຳ​ຮູບ​ພາບ​ກ່​ວາ 100 ແຜ່ນ ​ກ່​ຽວ​ກັບບັນ​ດາ​ຫຼັກ​ຖານ​ປະຫວັດ​ສາດ ແລະ ນິ​ຕິ​ກຳຢັ້ງ​ຢືນ​​ອະ​ທິ​ປະ​ໄຕຊາຍ​ແດນ ແລະ ເຂດນ່ານທະ​ເລ, ໄຫຼ່​ທະ​ວີບ, ເຂດ​ເສດ​ຖະ​ກິດຈຳ​ເພາະ ​ຂອງ​ຫວຽດ​ນາມ​ໃນ​ທະ​ເລ​ຕາ​ເວັນ​ອອກ.

ຕອນ​ຄ່ຳ​ຂອງໃນ​ວັນ​ດຽວ​ກັນ, ຢູ່​ສວນ​ສາ​ທາ​ລະ​ນະ ​ຮາຍ​ບ່າ​ຈືງ ແຂວງ ອານ​ຢາງ ໄດ້​ຈັດ​ລາຍ​ການສະ​ແດງສິ​ລະ​ປະດ້ວຍ​ຫ​ົວ​ຂໍ້  : “ຈາ​ກ​ບ້ານ​ເກີດ​ເມືອງນອນ ລຸງ​ຕົນ​ ມຸງ​ໄປສູ່ ທະ​ເລ, ໝູ່​ເກາະ ທີ່​​ແສນຮັກ” ຍ້ອງ​ຍໍສັນ​ລະ​ເສີນ​ບ້ານ​ເກີດ​ເມືອງນອນ​ປະ​ເທດ​ຊາດ, ຍົກ​ສູງ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ ແລະ ຄວາມຕັດ​ສິນ​ໃຈ​ປົກ​ປັກ​ຮັກ​ສາ​ທະ​ເລ, ໝູ່​ເກາະ ຂອງ​ບ້ານ​ເກີດ​ເມືອງນອນ.

ຂ່າວ/ບົດ​ອື່ນ