ການເຄື່ອນໄຫວເດີນທາງຂອງຊາວໜຸ່ມເພື່ອທະເລ,ໝູ່ເກາະຂອງປະເທດຊາດ

ການເຄື່ອນໄຫວເດີນທາງຂອງຊາວໜຸ່ມເພື່ອທະເລ,ໝູ່ເກາະຂອງປະເທດຊາດ - ảnh 1
ສົ່ງ​ຄະ​ນະ​ຜູ້​ແທນ​ເດີນ​ທາງ​​ຊາວ​ໜຸ່ມ​ເຄື່ອນ​ໄຫວ​ເພື່ອ​ທະ​ເລ,
 ໝູ່​ເກາະ​ຂ​ອງ​ບ້ານ​ເກີດ​ເມືອງນອນ​ເຖິງ​ໝູ່​ເກາະ ເຈື່ອງ​ຊາ
(ພາບ: An Hiếu/TTXVN)

(vovworld) – ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 60 ປີ​ແຫ່ງວັນ​ສ້າງ​ຕັ້ງກອງ​ທັບເຮືອ ​ປະ​ຊາ​ຊົນ ຫວຽດ​ນາມ (7/5/1955 – 7/5/2015), ຕອນ​ເຊົ້າ​ວັນ​ທີ 5/5, ຢູ່​ທ່າ​ກ່ຳ​ປັນ ກ໋າຍ​ລ໋າຍ, ນະ​ຄອນ ໂຮ່​ຈີ​ມີນ, ສູນ​ກາງ​ຊາວ​ໜຸ່ມ​ກອມ​ມູ​ນິດ ໂຮ່​ຈີ​ມິນ ແລະ ເຫຼົ່າ​ທັບເຮືອ​ໄດ້​ສົມ​ທົບ​ກັນ​ຈັດ​ຕັ້ງ​ພິ​ທີ​ສະ​ຫລຸບ, ມອບ​ລ​າງວັນ​ການ​ເສັງ​ກ່ຽວ​ກັບ​ຫົວ​ເລື່ອງ “ທະ​ເລ, ໝູ່​ເກາະ ແລະ ທະ​ຫານ​ເຮ​ືອ” ແລະ ສົ່ງ​ຄະ​ນະ​ຜູ້​ແທນ​ເດີນ​ທາງ​​ຊາວ​ໜຸ່ມ​ເຄື່ອນ​ໄຫວ​ເພື່ອ​ທະ​ເລ, ໝູ່​ເກາະ​ຂ​ອງ​ບ້ານ​ເກີດ​ເມືອງນອນ​ເຖິງ​ໝູ່​ເກາະ ເຈື່ອງ​ຊາ. ການ​ເດີນ​ທາງນີ້​ໄດ້​ຮັບ​ການ​ຈັດ​ຕັ້ງ​ເພື່ອ​ແນ​ໃສ່​ໂຄ​ສະ​ນາ, ສຶກ​ສາ​ອົບ​ຮົມ​ລຸ້ນ​ໜຸ່ມ​ກ່ຽວ​ກັບ​ນ້ຳ​ໃຈ​ຮັກ​ຊາດ, ສະ​ຕິ​ຄວາມ​​ຮັບຮູ້​ຂອງ​ພົນ​ລະ​ເມືອງ, ປຸກ​ລຸກ​ນ້ຳ​ໃຈ ແລະ ສະ​ຕິ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ໄວ​ໜຸ່ມ​ໃນ​ການ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ເຂດ​ທະ​ເລ, ໝູ່​ເກາະ, ປະ​ກອບ​ສ່ວນ​ລະ​ດົມ​ກຳ​ລັງ​ໃຈ, ​ແກ່​ກອງ​ທັບ ແລະ ປະ​ຊາ​ຊົນ​ປະ​ຕິ​ບັດ​ໜ້າ​ທີ່​ສ້າງ​ສາ ແລະ ​ປົກ​ປັກ​ຮັກ​ສາອະ​ທິ​ປະ​ໄຕ​ທີ່​ສັກ​ກະ​ລະ​ບູ​ຊາ​ຂອງ​ຊາດ….


ຂ່າວ/ບົດ​ອື່ນ