ການເຈລະຈາຄວາມປອດໄພຂັ້ນລັດຖະມົນຕີຊ່ວຍວ່າການຫວຽດນາມ-ຈີນຄັ້ງທີ1

ການເຈລະຈາຄວາມປອດໄພຂັ້ນລັດຖະມົນຕີຊ່ວຍວ່າການຫວຽດນາມ-ຈີນຄັ້ງທີ1 - ảnh 1
ກອງ​ປະຊຸມເຈລະຈາກ່ຽວ​ກັບຄວາມ​ປອດ​ໄພ​ຂັ້ນ​ລັດຖະ
ມົນຕີ​ຊ່ວຍ​ວ່າການ ຫວຽດນາມ - ຈີນ ຄັ້ງ​ທີ 1

(vovworld) - ວັນ​ທີ 30/7 ຢູ່​ຮ່າ​ໂນ້ຍ, ກະຊວງຕຳຫລວດ ຈັດ​ຕັ້ງ​ກອງ​ປະຊຸມເຈລະຈາກ່ຽວ​ກັບຄວາມ​ປອດ​ໄພ​ຂັ້ນ​ລັດຖະມົນຕີ​ຊ່ວຍ​ວ່າການ ຫວຽດນາມ - ຈີນ ຄັ້ງ​ທີ 1. ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຕຳຫລວດ ຫວຽດນາມ ​ໂຕ​ເລີມ, ທ່ານລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ ຈີນ ຕູ​ງຫາຍ​​ເຈົາ ​ເປັນປະທານຮ່ວມກອງ​ປະຊຸມ.  ທີ່​ກ​ອງປະຊຸມ, 2 ຝ່າຍ​ພ້ອມ​ນຳ​ແລກປ່ຽນ, ຕີ​ລາຄາ​ບັນດາ​ບັນຫາ ຊຶ່ງ​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ພ້ອມ​ທັງ, ສະ​ເໜີ​​ບັນດາ​ມາດ​ຕະການ​ຊຸກຍູ້​ການ​ຮ່ວມ​ມື​ນັບ​ມື້​ນັບ​ມີ​ປະສິດທິ​ຜົນ​ລະຫວ່າງ 2 ກະຊວງ.

ຂ່າວ/ບົດ​ອື່ນ