ການເຈລະຈານະໂຍບາຍຂັ້ນສູງ APEC ກ່ຽວກັບການທ່ອງທ່ຽວແບບຍືນຍົງດຳເນີນຢູ່ ຫວຽດນາມ

(VOVWORLD) - ຄາດວ່າ, ມີຜູ້ແທນປະມານ 150 ຄົນທີ່ມາຈາກບັນດາພື້ນຖານເສດຖະກິດສະມາຊິກ APEC, ນັກປາຖະກະຖາຂອງບັນດາອົງການສາກົນທີ່ມີອິດທິພົນຊື່ສຽງ…ເຂົ້າຮ່ວມເຫດການ
 
ການເຈລະຈານະໂຍບາຍຂັ້ນສູງ APEC ກ່ຽວກັບການທ່ອງທ່ຽວແບບຍືນຍົງດຳເນີນຢູ່ ຫວຽດນາມ - ảnh 1 ທ່ານນາງ ເລທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ 

ທີ່ການປະຊຸມຂ່າວນັດສາມັນຂອງກະຊວງການຕ່າງປະເທດ ໃນວັນທີ 15 ມິຖຸນາ, ທ່ານນາງ ເລທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໄດ້ປະກາດແຜນການຈັດຕັ້ງການເຈລະຈານະໂຍບາຍຂັ້ນສູງ APEC ກ່ຽວກັບການທ່ອງທ່ຽວແບບຍືນຍົງ ແລະ ບັນດາກອງປະຊຸມກ່ຽວຂ້ອງຈະດຳເນີນໃນວັນທີ 18 -20 ມິຖຸນາ, ຢຸ່ນະຄອນ ຫ້າລອງ, ແຂວງ ກວາງນິງ. ຄາດວ່າ, ມີຜູ້ແທນປະມານ 150 ຄົນທີ່ມາຈາກບັນດາພື້ນຖານເສດຖະກິດສະມາຊິກ APEC, ນັກປາຖະກະຖາຂອງບັນດາອົງການສາກົນທີ່ມີອິດທິພົນຊື່ສຽງ…ເຂົ້າຮ່ວມເຫດການ:

        “ໃນຂອບເຂດປີ APEC ຫວຽດນາມ 2017, ຫວຽດນາມ ໄດ້ຍົກອອກຂໍ້ລິເລີ່ມຈັດຕັ້ງການເຈລະຈານະໂຍບາຍຂັ້ນສູງ APEC ກ່ຽວກັບການທ່ອງທ່ຽວແບບຍືນຍົງ ເພື່ອປະກອບສ່ວນເຂົ້າໃນເປົ້າໝາຍພັດທະນາແບບຍືນຍົງໃນ APEC ແລະ ຕອບສະໜອງປີ APEC ຫວຽດນາມ 2017, ພ້ອມທັງຕອບສະໜອງປີສາກົນກ່ຽວກັບການທ່ອງທ່ຽວແບບຍືນຍົງເພື່ອການພັດທະນາຂອງ ສປຊ. ກ່ຽວກັບເລື່ອງຈັດຕັ້ງການເຈລະຈານະໂຍບາຍຂັ້ນສູງ APEC ກ່ຽວກັບການທ່ອງທ່ຽວແບບຍືນຍົງຈະປະກອບສ່ວນຢືນຢັນບົດບາດ, ທີ່ຕັ້ງຂອງ ຫວຽດນາມ ຢູ່ພາກພື້ນໃນການກຳນົດແຜນນະໂຍບາຍພັດທະນາການທ່ອງທ່ຽວແບບຍືນຍົງ.”

        ກ່ຽວກັບຂໍ້ມູນຂ່າວກະຊວງປ້ອງກັນປະເທດ ອາເມລິກາ ໃຫ້ຮູ້ວ່າ: ຈີນ ໃກ້ຈະສຳເລັດບັນດາກິດຈະກຳກໍ່ສ້າງຜິດກົດໝາຍໃນໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ, ທ່ານນາງເລທິທູຮັ່ງ ໄດ້ຢືນຢັນອີກເທື່ອໜຶ່ງວ່າ ຫວຽດນາມ ມີພື້ນຖານດ້ານນິຕິທຳ ແລະ ພະຍານຫຼັກຖານປະຫວັດສາດຢັ້ງຢືນອະທິປະໄຕສຳລັບໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ.

ຕອບກັບ

ຂ່າວ/ບົດ​ອື່ນ