ການໂອ້ລົມສົນທະນາກ່ຽວກັບທະເລຄັ້ງທີ 3

(VOVWORLD) - ວັນທີ 11 ມິຖຸນາ 2018, ທີ່ຮ່າໂນ້ຍ, ສະຖາບັນການຕ່າງປະເທດ ຫວຽດນາມ, ກອງທຶນ Konrad-Adenauer-Stiftung (ເຢຍລະມັນ) ແລະ ສະຖານທູດ ອົດສະຕາລີ ປະຈຳ ຫວຽດນາມ

ໄດ້ເປັນປະທານຮ່ວມຈັດຕັ້ງການໂອ້ລົມສົນທະນາກ່ຽວກັບທະເລ ດ້ວຍຫົວຂໍ້ວ່າ “ກົດໝາຍສາກົນ ແລະ ທະເລຕາເວັນອອກ”. ການໂອ້ລົມສົນທະນາຄັ້ງນີ້ ສຸມໃສ່ປຶກສາຫາລືກ່ຽວກັບສະພາບການຢູ່ທະເລຕາເວັນອອກ ຈາກແງ່ມູມດ້ານນິຕິທຳ ແລະ ຊອກຫາແນວຄວາມຄິດການຮ່ວມມືຄຸ້ມຄອງການຂັດແຍ້ງກັນຢູ່ພາກພື້ນ.

        ທີ່ການໂອ້ລົມສົນທະນາ, ບັນດານັກປາຖະກະຖາໄດ້ປຶກສາຫາລືບັນດາບັນຫານິຕິທຳຢູ່ທະເລຕາເວັນອອກ, ໃນນັ້ນ ມີຫຼັກການເຄົາລົບກົດໝາຍ, ຖານະດ້ານນິຕິທຳຂອງບັນດາໂຄງສ້າງພູມສາດ, ຄຳຕັດສິນຂອງສານອະນຸຍາໂຕໃນກໍລະນີຮ້ອງຟ້ອງຂອງ ຟີລິບປີນ ຢູ່ທະເລຕາເວັນອອກ, ແງ່ມູມດ້ານນິຕິກຳຂອງແນວຄວາມຄິດຮ່ວມມືພ້ອມກັນພັດທະນາໃນພາກພື້ນ, ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ ແລະ ບັນດາມາດຕະການຊຸກຍູ້ທັດສະນະລວມກ່ຽວກັບກົດໝາຍສາກົນຢູ່ທະເລຕາເວັນອອກ. ດ້ວຍການເຂົ້າຮ່ວມຂອງ ຜູ້ແທນ 80 ທ່ານ ທີ່ມາຈາກບັນດາອົງການຕາງໜ້າສາກົນ, ບັນດາອົງການ ແລະ ວົງການນັກຮຽນຮູ້ ຫວຽດນາມ, ການໂອ້ລົມສົນທະນາດໄດ້ດຳເນີນ ໃນບັນຍາກາດຟົດຟື້ນ, ກົງໄປກົງມາ ແລະ ຕິດແທດຕົວຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ