ກາລະໂອກາດໃຫ້ແກ່ ຫວຽດນາມ ເປີດກ້ວາງຕະຫລາດຢູ່ຕາເວັນອອກກາງ - ອາຟຣິກກາຍັງໃຫຍ່ຫລວງຢູ່

(VOVWORLD) - “ສົ່ງເສີມການຄ້າໄປຍັງຕະຫລາດ ຕາເວັນອອກກາງ - ອາຟຣິກກາ” ແມ່ນຫົວຂໍ້ຂອງກອງປະຊຸມສຳມະນາ ໂດຍກົມສົ່ງເສີມການຄ້າ (ກະຊວງອຸດສາຫະກຳ-ການຄ້າ) ຈັດຕັ້ງ ໃນວັນທີ 25 ພຶດສະພາ
ກາລະໂອກາດໃຫ້ແກ່ ຫວຽດນາມ ເປີດກ້ວາງຕະຫລາດຢູ່ຕາເວັນອອກກາງ - ອາຟຣິກກາຍັງໃຫຍ່ຫລວງຢູ່ - ảnh 1ກອງປະຊຸມສຳມະນາ ໂດຍກົມສົ່ງເສີມການຄ້າ  (ພາບ: ຫວຽດນາມ +)

ເພື່ອແນໃສ່ໜູນຊ່ວຍບັນດາວິສາຫະກິດ ຫວຽດນາມ ຂຸດຄົ້ນ, ເປີດກ້ວາງຕະຫລາດ ແລະ ຊອກຫາບັນດາຄູ່ຮ່ວມມືເປັນຄູ່ຄ້າໃໝ່ ຢູ່ພາກພື້ນນີ້. ທີ່ກອງປະຊຸມສຳມະນາ, ຜູ້ຕາງໜ້າຫົວໜ້າກົມຕະຫລາດອາຟຣິກກາ, ອາຊີຕາເວັນຕົກ, ອາຊີໃຕ້ (ກະຊວງອຸດສາຫະກຳ ແລະ ການຄ້າ) ຖືວ່າ: ຕາເວັນອອກກາງ - ອາຟຣິກກາ ແມ່ນພາກພື້ນມີຄວາມຕ້ອງການນຳເຂົ້າສູງ; ໃນນັ້ນ ສິນຄ້າຫລາຍປະເພດ ແມ່ນເໝາະສົມກັບບັນດາຜະລິດຕະພັນສົ່ງອອກຕົ້ນຕໍຂອງ ຫວຽດນາມ. ປະຈຸບັນ, ສິນຄ້າຂອງ ຫວຽດນາມ ສົ່ງອອກໄປຍັງຕະຫລາດນີ້ ນັບມື້ນັບອຸດົມສົມບູນ, ຫລາຍຮູບຫລາຍແບບ. ຄຽງຂ້າງບັນດາປະເພດສິນຄ້າມູນເຊື້ອຄື: ເຂົ້າສານ, ກາເຟ, ໝາກພິກໄທ, ເກີບໜັງ…ຍັງມີຫລາຍປະເພດສິນຄ້າທີ່ມີມູນຄ່າສູງຄື: ເຄື່ອງອາໄຫຼ່ເອເລັກໂຕນິກ, ເຄື່ອງອຸປະກອນກົນຈັກ…

ຕອບກັບ

ຂ່າວ/ບົດ​ອື່ນ