ກຳປູເຈຍ ແລະ ລາວ ເປີດກ້ວາງການຮ່ວມມືສອງຝ່າຍ

(VOVWORLD) -  ທ່ານປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄຊສົມພອນ ພົມວິຫານ ສືບຕໍ່ນຳໜ້າຄະນະຜູ້ແທນຂັ້ນສູງ ລາວ ຢ້ຽມຢາມ ກຳປູເຈຍ ຢ່າງເປັນທາງການຕາມຄຳເຊີນຂອງທ່ານປະທານສະພາແຫ່ງຊາດ ກຳປູເຈຍ Heng Samrin.
ກຳປູເຈຍ ແລະ ລາວ ເປີດກ້ວາງການຮ່ວມມືສອງຝ່າຍ - ảnh 1ທ່ານປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄຊສົມພອນ ພົມວິຫານ ແລະ ທ່ານປະທານສະພາແຫ່ງຊາດ ກຳປູເຈຍ Heng Samrin
(ພາບ:VOV)

ວັນທີ 25 ພະຈິກ, ພາຍຫຼັງເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ AIPA ຄັ້ງທີ 43 ໂດຍສະພາແຫ່ງຊາດແຫ່ງລາຊະອານາຈັກ ກຳປູເຈຍ ເປັນເຈົ້າພາບຈັດຕັ້ງ, ທ່ານປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄຊສົມພອນ ພົມວິຫານ ສືບຕໍ່ນຳໜ້າຄະນະຜູ້ແທນຂັ້ນສູງ ລາວ ຢ້ຽມຢາມ ກຳປູເຈຍ ຢ່າງເປັນທາງການຕາມຄຳເຊີນຂອງທ່ານປະທານສະພາແຫ່ງຊາດ ກຳປູເຈຍ Heng Samrin.

        ທີ່ການພົບປະກັບທ່ານປະທານສະພາແຫ່ງຊາດ ກຳປູເຈຍ Samdech Heng Samrin, ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ໄດ້ຕີລາຄາສູງຜົນສຳເລັດຂອງກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 40 ແລະ 41, ບັນດາກອງປະຊຸມທີ່ກ່ຽວຂ້ອງ ແລະ ກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດ ອາຊຽນ ຄັ້ງທີ 43 (AIPA -43) ໂດຍ ກຳປູເຈຍ ເປັນເຈົ້າພາບຈັດຕັ້ງ.

        ທ່ານປະທານສະພາແຫ່ງຊາດ ກຳປູເຈຍ Samdech Heng Samrin ຖືວ່າ, ການແລກປ່ຽນຄະນະຜູ້ແທນຂັ້ນສູງຂອງລັດຖະບານ, ອົງການນິຕິບັນຍັດ ແລະ ອົງການປະຕິບັດກົດໝາຍຈະປະກອບສ່ວນປັບປຸງ ແລະ ຊຸກຍູ້ການພົວພັນທີ່ເປັນມູນເຊື້ອ, ຄວາມສາມັກຄີ ແລະ ການຮ່ວມມືລະຫວ່າງສອງປະເທດໃຫ້ດີຍິງກ່ວາອີກ. ປະທານສະພາແຫ່ງຊາດສອງປະເທດສະແດງການສະໜັບສະໜູນວິວັດທະນາການຮ່ວມມືລະຫວ່າງລັດຖະບານສອງປະເທດທີ່ບັນລຸລະດັບ “ຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ຍາວນານ”, ຕ່າງຝ່າຍຕ່າງມີຜົນປະໂຫຍດ.

ຕອບກັບ

ຂ່າວ/ບົດ​ອື່ນ