ຂະບວນການ Hamas ຢືນຢັນ ອີຢີບ ພ້ອມແລ້ວຊ່ວຍເຫຼືອວິກິດການຢູ່ເຂດ Gaza

(VOVWORLD) - ວັນທີ 5 ກໍລະກົດ, ທ່ານ Ismail Haniya, ຫົວໜ້າຂະບວນການອິດສະລາມ Hamas ໃຫ້ຮູ້ວ່າ: ການປຶກສາຫາລື ຫວ່າງມໍ່ໆມານີ້ກັບ ອີຢີບ ອາດຈະພາໄປເຖິງການປັບປຸງສະພາບການມະນຸດສະທຳຢູ່ເຂດ Gaza ຂອງຊາວ ປາແລດສະຕີນ. 

ຂະບວນການ Hamas ຢືນຢັນ ອີຢີບ ພ້ອມແລ້ວຊ່ວຍເຫຼືອວິກິດການຢູ່ເຂດ Gaza - ảnh 1

 ທ່ານ Ismail Haniya, ຫົວໜ້າຂະບວນການອິດສະລາມ Hamas 

(ພາບ: Reuters)

ການນຳຂະບວນການອິດສະລາມ ປາແລດຕີນຜູ້ນີ້ຢືນຢັນວ່າ: ວົງການເຈົ້າໜ້າທີ່ ອີຢີບ ໄດ້ສະແດງເຈດຕະນາດີ ພ້ອມແລ້ວຮ່ວມມືເພື່ອແກ້ໄຂວິກິດການຢູ່ເຂດ Gaza ພາຍຫຼັງການພົບປະລະຫວ່າງ 2 ຝ່າຍໄລຍະມໍ່ໆມານີ້, ພິເສດແມ່ນການຢ້ຽມຢາມຫວ່າງແລ້ວນີ້ເຖິງນະຄອນຫຼວງ ກາຍໂຣ ຂອງຄະນະປະຕິບັດງານຂະບວນການ Hamas. ຕາມທ່ານ Haniya  ແລ້ວ, ອຳນາດການປົກຄອງ ອີຢິບ ໄດ້ປະກາດໃຊ້ບັນດາມາດຕະການ ແລະ ນະໂຍບາຍສຳຄັນຄື: ສະໜອງເຊື້ອເພິງໃຫ້ແກ່ໂຮງງານໄຟຟ້າຢູ່ເຂດ Gaza, ພວມກະຕຸກຊຸກຍູ້ເລື່ອງເປີດປະຕູດ່ານຊາຍແດນ Rafah ໃນອະນາຄົດໃກ້ໆນີ້ຄືນໃໝ່. ບັນດາວຽກງານນີ້ມີຜົນປະໂຫຍດຫລຸດຜ່ອນການແບກຫາບໃຫ້ປະຊາຊົນເຂດຢູ່ Gaza ທີ່ພວກຖືກ ອິດສະຣາແອນ ປິດລ້ອມ.

        ກ່ອນໜ້ານັ້ນ, ຂະບວນການ Hamas ໄດ້ຕົກລົງສ້າງຕັ້ງເຂດປ້ອງກັນຄວາມສະຫງົບ ຫ້າມໄປມາ ໃນເຂດຊາຍແດນຮ່ວມລະຫວ່າງ ເຂດ Gaza ກັບ ອີຢິບ ເພື່ອແນໃສ່ຄວບຄຸມເຂດຊາຍແດນ ແລະ ເພີ່ມທະວີການປ້ອງກັນຄວາມສະຫງົບ - ສ່ວນໜຶ່ງຂອງຂໍ້ຕົກລົງທີ່ບັນລຸໄດ້ລະຫວ່າງ Hamas ແລະ ອຳນາດການປົກຄອງ ກາຍໂຣ.

ຕອບກັບ

ຂ່າວ/ບົດ​ອື່ນ