ຄວາມສາມາດບົ່ມຊ້ອນດ້ານການຄ້າ ແລະ ເສດຖະກິດ ຫວຽດນາມ - ອີຢິບ

(VOVWORLD) - ເວທີປາໄສໄດ້ດຶງດູດຫຼາຍວິສາຫະກິດ ອີຢິບ ເຂົ້າຮ່ວມພ້ອມກັບບາງວິສາຫະກິດ ແລະ ຜູ້ຕາງໜ້າກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ.
ຄວາມສາມາດບົ່ມຊ້ອນດ້ານການຄ້າ ແລະ ເສດຖະກິດ ຫວຽດນາມ - ອີຢິບ - ảnh 1 ເວທີປາໄສຈັດຕັ້ງຢູ່ ອີຢິບ
  ເວທີປາໄສຈັດຕັ້ງຢູ່ ອີຢິບ

ຫວຽດນາມ ແລະ ອີຢິບ ຄວນຂຸດຄົ້ນຄວາມສາມາດບົ່ມຊ້ອນດ້ານການຄ້າ ແລະ ເສດຖະກິດໃຫ້ເປັນຢ່າງດີໃນໄລຍະຈະມາເຖິງ, ນັ້ນແມ່ນເນື້ອໃນຈຸດສຸມຂອງເວທີປາໄສວິສາຫະກິດ ຫວຽດນາມ - ອີຢິບ ໂດຍສະຖານທູດ ຫວຽດນາມ ປະຈຳ ອີຢີບ ສົມທົບກັບກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ແລະ ຫ້ອງການການຄ້ານະຄອນ Alexandria ຈັດຕັ້ງໃນວັນທີ 16 ມິຖຸນາ.

        ເວທີປາໄສໄດ້ດຶງດູດຫຼາຍວິສາຫະກິດ ອີຢິບ ເຂົ້າຮ່ວມພ້ອມກັບບາງວິສາຫະກິດ ແລະ ຜູ້ຕາງໜ້າກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ. ທີ່ເວທີປາໄສ, ບັນດາວິສາຫະກິດ ອີຢີບ ຢັ້ງຢືນວ່າ: ມີຫຼາຍກາລະໂອກາດໃຫ້ແກ່ສິນຄ້າ ຫວຽດນາມ ເຂົ້າຕະຫຼາດມີພົນລະເມືອງກ່ວາ 100 ລ້ານຄົນນີ້ ແລະ ຕະຫຼາດ ອາບຟຣີກາ ດ້ວຍພົນລະເມືອງກ່ວາ 1 ຕື້ຄົນ. ທ່ານ Ahmed Al – Wakeel, ຫົວໜ້າຫ້ອງການການຄ້ານະຄອນ Alexandria, ຖືວ່າ:

        “ອີຢິບ ແລະ ຫວຽດນາມ ມີການພົວພັນສອງຝ່າຍອັນດີງາມ ແລະ ແໜ້ນແຟ້ນ. ຂ້າພະເຈົ້າຖືວ່າ, ຄວນເພີ່ມທະວີການຮ່ວມມືໃນບັນດາຂົງເຂດພາກພື້ນ ແລະ ສາກົນ, ພິເສດແມ່ນກ່ຽວກັບດ້ານເສດຖະກິດ ແລະ ການຄ້າ. ໃນໄລຍະປະສົບກັບຄວາມຫຍຸ້ງຍາກທີ່ໂລກພວມເຫັນປະຈັກຕາຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ - 19 ແລະ ການຂາດສະຖຽນລະພາບຂອງລະບົນການສະໜອງ, ສອງປະເທດຕ້ອງມານະພະຍາຍາມເພື່ອເພີ່ມວົງເງິນໃຫ້ຂຶ້ນເຖິງລະດັບ 1 ຕື້ USD. ພວກເຮົາຕ້ອງເພີ່ມທະວີການຮ່ວມມື ແລະ ຊຸກຍູ້ການຄ້າຢ່າງແຮງ, ມີບັນດາກາລະໂອກາດທີ່ດີໃຫ້ແກ່ທັງສອງຝ່າຍ”

ຕອບກັບ

ຂ່າວ/ບົດ​ອື່ນ