ຄວາມເຄັ່ງຕຶງຢູ່ທະເລແດງ ນາບຂູ່ຄວາມໝັ້ນຄົງໃນການເດີນເຮືອ ແລະ ການຄ້າທົ່ວໂລກ

(VOVWORLD) - ເມື່ອແລກປ່ຽນກັບນັກຂ່າວສຳນັກຂ່າວສານ ຫວຽດນາມ ທີ່ສຳນັກງານ IMO ຢູ່ນະຄອນຫຼວງ ລອນດອນ (ລາຊະອານາຈັກ ອັງກິດ) ໃນວັນທີ 6 ເມສາ, ທ່ານເລຂາທິການໃຫຍ່ Arsenio Dominguez ຢັ້ງຢືນເກີດບັນດາເຫດຄືດັ່ງກ່າວໄດ້ສົ່ງຜົນກະທົບຢ່າງເລິກເຊິ່ງເຖິງເສດຖະກິດໂລກ
ຄວາມເຄັ່ງຕຶງຢູ່ທະເລແດງ ນາບຂູ່ຄວາມໝັ້ນຄົງໃນການເດີນເຮືອ ແລະ ການຄ້າທົ່ວໂລກ - ảnh 1ທ່ານ Arsenio Dominguez, ເລຂາທິການໃຫຍ່ອົງການການເດີນເຮືອສາກົນ (IMO)
(ພາບ:Phong Hà/TTXVN)

ທ່ານ Arsenio Dominguez, ເລຂາທິການໃຫຍ່ອົງການການເດີນເຮືອສາກົນ (IMO) ຖືວ່າ: ບັນດາບັນຫາຄື: ເຫດກ່ຳປັ່ນ Rubymar ຈົມນ້ຳ ແລະ ເຫດບຸກໂຈມຕີກ່ຳປັ່ນ True Confidence ຢູ່ທະເລແດງ ໄດ້ນາບຂູ່ຕໍ່ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນເຮືອ ແລະ ການຄ້າຢ່າງໜັກໃນໂລກເວົ້າລວມ ແລະ ບັນດາປະເທດໃນພາກພື້ນເວົ້າສະເພາະ.

      ເມື່ອແລກປ່ຽນກັບນັກຂ່າວສຳນັກຂ່າວສານ ຫວຽດນາມ ທີ່ສຳນັກງານ IMO ຢູ່ນະຄອນຫຼວງ ລອນດອນ (ລາຊະອານາຈັກ ອັງກິດ) ໃນວັນທີ 6 ເມສາ, ທ່ານເລຂາທິການໃຫຍ່ Arsenio Dominguez ຢັ້ງຢືນເກີດບັນດາເຫດຄືດັ່ງກ່າວໄດ້ສົ່ງຜົນກະທົບຢ່າງເລິກເຊິ່ງເຖິງເສດຖະກິດໂລກ, ນາບຂູ່ໂດຍກົງເຖິງລະບົບການສະໜອງ ເມື່ອການຂົນສົ່ງໄປມາຂອງ container ຖືກຕັດຕອນ, ເຮັດໃຫ້ການຂົນສົ່ງສິນຄ້າຖືກຊັກຊ້າ, ເພີ່ມລາຍຈ່າຍ ແລະ ເງິນເຟີ້, ກໍ່ຜົນສະທ້ອນເຖິງຄວາມໝັ້ນຄົງດ້ານພະລັງງານ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານ. ທ່ານເລຂາທິການໃຫຍ່ IMO ໃຫ້ຮູ້ວ່າ: ຜົນກະທົບທຳອິດຂອງການບຸກໂຈມຕີຢູ່ທະເລແດງ ແມ່ນຄວາມປອດໄພຂອງບັນດາລູກເຮືອ, ຢັ້ງຢືນຄວາມເອົາໃຈໃສ່ແຖວໜ້າຂອງອົງການນີ້ແມ່ນຮັບປະກັນສຸຂະພາບ ແລະ ຊີວິດອິນຊີຂອງບັນດາລູກເຮືອ, ບັນດາຜູ້ເຮັດວຽກເພື່ອຮັບປະກັນການເຄື່ອນໄຫວຂອງການຄ້າໂລກ.

      ທ່ານເລຂາທິການໃຫຍ່ IMO ໃຫ້ຮູ້ວ່າ: ອົງການນີ້ພວມຕິດຕາມບັນດາການຜັນແປຢູ່ທະເລແດງຢ່າງແໜ້ນແຟ້ນ ແລະ ປະຕິບັດບັນດາມາດຕະການການທູດ ແລະ ໂອ້ລົມສົນທະນາກັບທຸກຝ່າຍທີ່ກ່ຽວຂ້ອງເພື່ອແນໃສ່ຮັບປະກັນໃຫ້ບັນດາລູກເຮືອ, ກ່ຳປັ່ນ ແລະ ສິນຄ້າ ໄດ້ຮັບການປົກປ້ອງ.

ຕອບກັບ

ຂ່າວ/ບົດ​ອື່ນ