ຄະນະຊາວໜຸ່ມກອມມູນິດ ໂຮ່ຈິມິນ ແຂວງກວ໋າງບິ່ງຈັດລາຍການເຄື່ອນໄຫວມູນເຊື້ອກ່ຽວກັບທ່ານ ພົນເອກ ຫວໍ ຫງວຽນ ຢາບ

(VOVWORLD) - ເພື່ອເປັນການສະເຫຼີມສະຫຼອງຄຢບຮອບ 107 ປີ ແຫ່ງວັນຄ້າຍວັນເກີດຂອງທ່ານ ພົນເອກ ຫວໍ ຫງວຽນ ຢາບ (25 ສິງຫາ 1911 - 25 ສິງຫາ 2018), ຕອນຄ່ຳວັນທີ 20 ສິງຫາ ທີ່ສູນວັດທະນະທຳເມືອງ ເລ້ຖຸ້ຍ, ບ້ານເກີດຂອງ ທ່ານ ພົນເອກ ຫວໍ ຫງວຽນ ຢາບ, ຄະນະຊາວໜຸ່ມກອມມູນິດ ໂຮ່ຈິມິນ ແຂວງກວ໋າງບິ່ງ ໄດ້ຈັດລາຍການເຄື່ອນໄຫວມູນເຊື້ອ “ ພົນເອກ ຫວໍ ຫງວຽນ ຢາບ ໃນຫົວໃຈໄວໜຸ່ມ ກວ໋າງບິ່ງ”.

ຄະນະຊາວໜຸ່ມກອມມູນິດ ໂຮ່ຈິມິນ ແຂວງກວ໋າງບິ່ງຈັດລາຍການເຄື່ອນໄຫວມູນເຊື້ອກ່ຽວກັບທ່ານ ພົນເອກ ຫວໍ ຫງວຽນ ຢາບ  - ảnh 1 ການສະແດງສິລະປະວັນນະຄະດີທີ່ ໜ້າປະທັບໃຈ

ລາຍການໄດ້ວາດພາບໃຫ້ເຫັນເຖິງຊີວິດ ແລະ ພາລະກິດຂອງທ່່ານ ພົນເອກ ຫວໍ ຫງວຽນ ຢາບ ດ້ວຍບັນດາຮູບພາບຜ່ານ ວີດີໂອ ຄຣີບ, ບັນດາລາຍການສະແດງສິລະປະວັນນະຄະດີທີ່ໂດດເດັ່ນ, ໜ້າປະທັບໃຈ; ສະແດງລະຄອນມູນເຊື້ອ “ບົດເພັງນັກກອມມູນິດ”.

ທີ່ລາຍການ, ມີ 11 ໝູ່ຄະນະ, 14 ບຸກຄົນດີເດັ່ນ ໃນໄລຍະ 5 ປີ ປະຕິບັດຂະບວນການແຂ່ງຂັນ “ໄວໜຸ່ມ ກວ໋າງບິ່ງ ຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຂອງທ່ານ ພົນເອກ ຫວໍ ຫງວຽນ ຢາບ” ໄດ້ຮັບການຍ້ອງຍໍສັນລະເສີນ ແລະ ເຊີດຊູ.

ຕອນບ່າຍວັນດຽວກັນ, ຄະນະຊາວໜຸ່ມແຂວງກວ໋າງບິ່ງ ໄດ້ຈັດຂະບວນເດີນທາງກັບສູ່ຖິ່ນກຳເນີດ, ລາຍງານຜົນງານທີ່ສຸສານ ທ່ານ ພົນເອກ ຫວໍ ຫງວຽນ ຢາບຢູ່ ຫວຸງຈົ່ວ, ດ໊າວອ໋ຽນ (ເມືອງ ກວ໋າງ ແຈັກ); ຖະຫວາຍທູບທຽນ ຢູ່ອະນຸສອນສະຖານ ທ່ານ ພົນເອກ ຫວໍ ຫງວຽນ ຢາບ ຢູ່ຕາແສງ ດົກຖຸ້ຍ, ເມືອງ ເລ້ຖຸ້ຍ, ແຂວງ ກວ໋າງບິ່ງ./

ຕອບກັບ

ຂ່າວ/ບົດ​ອື່ນ