ຄະນະນັກກິລາ ຫວຽດນາມ ຢືນອັນດັບທີ 16 ໃນຕາຕາລາງຈັດອັນດັບ ASIAD

(VOVWORLD) -ດ້ວຍຜົນງານ 15’01’’63, ຫງວຽນ ຮຸຍ ຮ່ວາງ ຍາດໄດ້ຫຼຽນເງີນ ໃນກິລາລອຍນ້ຳ ຊາຍ ປະເພດ 1500ແມັດ ໃນການແຂ່ງຂັນວັນທີ 24 ສິງຫາ.
ຄະນະນັກກິລາ ຫວຽດນາມ ຢືນອັນດັບທີ 16 ໃນຕາຕາລາງຈັດອັນດັບ ASIAD - ảnh 1(ພາບ: baochinhphu.vn)

ກ່ອນໜ້ານັ້ນ, ນັກກິລາລອຍນ້ຳຜູ້ມີອາຍຸ 18 ປີນີ້ ກໍ່ເຄີຍຍາດໄດ້ຫຼຽນທອງໃນການແຂ່ງຂັນລອຍນ້ຳປະເພດ 800 ແມັດ. ນີ້ແມ່ນຄັ້ງທຳອິດ, ກິລາລອຍນ້ຳຂອງຫວຽດນາມຍາດໄດ້ຫຼຽນເງີນ ໃນງານມະຫາກຳກິລາ ASIAD.

ຫວຽດນາມ ກຳລັງຈັດຢູ່ອັນດັບທີ 16 ທົ່ວຄະນະ ໂດຍມີ 1ຫຼຽນຄຳ, 6 ຫຼຽນເງີນ ແລະ 9 ຫຼຽນທອງ.

ຕອບກັບ

ຂ່າວ/ບົດ​ອື່ນ