ຄະນະປະຕິບັດງານທະຫານເຮືອ ລົງຢ້ຽມຢາມ, ມອບຂອງຂວັນ, ອວຍພອນບຸນເຕັດພະນັກງານ, ນັກຮົບເມືອງເກາະ ໂກນກໍ໋ ແລະ ເມືອງເກາະຫຼີເຊີນ

(VOVWORLD) - ຜູ້ແທນປະມານ 300 ຄົນທີ່ມາຈາກ 29 ທ້ອງຖິ່ນ, ອົງການ, ວິສາຫະກິດ, ອົງການຈັດຕັ້ງ, ສ່ວນບຸກຄົນ, ນັກຂ່າວ ເຂົ້າຮ່ວມການໄປປະຕິບັດງານ ແຕ່ວັນທີ 21  - 25 ມັງກອນ.
ຄະນະປະຕິບັດງານທະຫານເຮືອ ລົງຢ້ຽມຢາມ, ມອບຂອງຂວັນ, ອວຍພອນບຸນເຕັດພະນັກງານ, ນັກຮົບເມືອງເກາະ ໂກນກໍ໋ ແລະ ເມືອງເກາະຫຼີເຊີນ - ảnh 1ຄະນະປະຕິບັດງານໄດ້ມອບຂອງຂວັນໃຫ້ພະນັກງານ, ນັກຮົບ ແລະ ປະຊາຊົນໃນເກາະ

ຕອນເຊົ້າວັນທີ 22 ມັງກອນ, ຢູ່ນະຄອນ ດານັ້ງ, ກອງບັນຊາການທະຫານເຮືອ ເຂດ 3 ໄດ້ສົ່ງຄະນະປະຕິລັດງານລົງຢ້ຽມຢາມ, ມອບຂອງຂວັນບຸນເຕັດພະນັກງານ, ປະຊາຊົນພວມດຳລົງຊີວິດ, ປະຕິບັດໜ້າທີ່ໃນ 2 ເມືອງເກາະ ໂກນກໍ໋ , ແຂວງ ກ໋ວາງຈິ ແລະ ເມືອງເກາະ ຫຼີເຊີນ, ແຂວງ ກ໋ວາງຫງາຍ.

        ຜູ້ແທນປະມານ 300 ຄົນທີ່ມາຈາກ 29 ທ້ອງຖິ່ນ, ອົງການ, ວິສາຫະກິດ, ອົງການຈັດຕັ້ງ, ສ່ວນບຸກຄົນ, ນັກຂ່າວ ເຂົ້າຮ່ວມການໄປປະຕິບັດງານ ແຕ່ວັນທີ 21  - 25 ມັງກອນ. ພົນເຮືອຕີ ຫງວຽນດັງຕ໋ຽນ, ຜູ້ຮັບຜິດຊອບການເມືອງກອງບັນຊາການທະຫານເຮືອເຂດ 3, ໃຫ້ຮູ້ວ່າ:

        “ພະນັກງານ, ທະຫານເຮືອເຂດ 3 ເວົ້າລວມ ແລະ ບັນດາກຳລັງທະຫານ, ປະຊາຊົນໃນເກາະ ໂກນກໍ໋, ຫຼີເຊີນ ມີຄວາມປະຕິຊົມຊື່ນຕໍ່ໜ້ານ້ຳໃຈຄວາມຮັກແພງຂອງບັນດາການນຳ, ກອງທັບ, ປະຊາຊົນ ທ້ອງຖິ່ນຕ່າງໆໃນທົ່ວປະເທດ, ບັນດາອົງການ, ວິສາຫະກິດ, ສ່ວນບຸກຄົນ. ນີ້ແມ່ນນ້ຳໃຈທີ່ລຳ້ຄ່າ. ພວກຂ້າພະເຈົ້າຍາມໃດກໍ່ໄດ້ຮັບນ້ຳໃຈອັນອົບອຸ່ນຂອງເຂດດິນຕໍ່ແຜ່ນທີ່ມີຕໍ່ເຂດໝູ່ເກາະທີ່ຫ່າງໄກ, ນ້ຳໃຈຂອງແນວຫຼັງຕໍ່ແນວໜ້າ”

 

 

ຕອບກັບ

ຂ່າວ/ບົດ​ອື່ນ