ຄະນະຜູ້ແທນ ວິທະຍຸກະຈາຍສຽງ ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກຢູ່ລາວ

(VOVWORLD) - ໃນວັນທີ 19 ພະຈິກ, ຄະນະໄດ້ໄປຢ້ຽມຢາມສະຖານີຖ່າຍທອດວິທະຍຸກະຈາຍສຽງ - ໂທລະພາບ ເຂດ ຫຼວງພະບາງ ແລະ ເຮັດວຽກກັບສະຖານີວິທະຍຸກະຈາຍສຽງແຂວງ ຫຼວງພະບາງ.
 

ຄະນະຜູ້ແທນ ວິທະຍຸກະຈາຍສຽງ ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກຢູ່ລາວ - ảnh 1 ຄະນະໄດ້ຖ່າຍຮູບທີ່ລະນຶກກັບການນຳແຂວງຫຼວງພະບາງ 

(ພາບ: My Binh - Canh Thanh)

ໃນລະຫວ່າງວັນທີ 18 -21 ພະຈິກ, ຄະນະຜູ້ແທນວິທະຍຸກະຈາຍສຽງ ຫວຽດນາມ (VOV) ໂດຍທ່ານ ຫງວຽນເທ໋ກິ້, ຜູ້ອຳນວຍການໃຫຍ່ VOV ນຳໜ້າ ມີການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ.

        ໃນວັນທີ 19 ພະຈິກ, ຄະນະໄດ້ໄປຢ້ຽມຢາມສະຖານີຖ່າຍທອດວິທະຍຸກະຈາຍສຽງ - ໂທລະພາບ ເຂດ ຫຼວງພະບາງ ແລະ ເຮັດວຽກກັບສະຖານີວິທະຍຸກະຈາຍສຽງແຂວງ ຫຼວງພະບາງ.

        ກ່ອນໜ້ານັ້ນ, ວັນທີ 18 ພະຈິກ, ຄະນະຜູ້ແທນ VOV ໄດ້ເຂົ້າຢ້ຽມຂ່ຳນັບທ່ານ ຄຳຂັນ ຈັນທະວີສຸກ, ກຳມະການສູນກາງພັກ, ເລຂາຄະນະພັກແຂວງ, ເຈົ້າແຂວງໆ ຫຼວງພະບາງ. ທີ່ການຕ້ອນຮັບ, ທ່ານເລຂາຄະນະພັກແຂວງ, ເຈົ້າແຂວງໆ ຫຼວງພະບາງ ຫວັງວ່າ VOV ຈະສືບຕໍ່ໂຄສະນາຂໍ້ມູນຂ່າວສານເຖິງປະຊາຊົນ ຫວຽດນາມ ກໍ່ຄືບັນດາປະເທດໃນໂລກ ເຂົ້າໃຈກ່ວາກ່ຽວກັບປະເທດຊາດ, ປະຊາຊົນລາວ ກໍ່ຄື ເມືອງເກົ່າ ຫຼວງພະບາງ. ທ່ານເລຂາຄະນະພັກແຂວງ ຫຼວງພະບາງ ກໍ່ສະແດງຄວາມຂອບອົກຂອບໃຈຕໍ່ VOV ໄດ້ຊ່ວຍເຫຼືອສະຖານີຖ່າຍທອດວິທະຍຸກະຈາຍສຽງແຂວງ, ພິເສດແມ່ນການຊ່ວຍເຫຼືອກໍ່ສ້າງສະຖານີຖ່າຍທອດເຂດພາກເໜືອລາວ, ປະກອບສ່ວນຊ່ວຍປະຊາຊົນບັນດາແຂວງພາກເໜືອລາວ ອາດສາມາດໄດ້ຟັງ ໄດ້ຊົມຫຼາຍຊ່ອງວິທະຍຸກະຈາຍສຽງ, ໂທລະພາບຂອງທັງ ຫວຽດນາມ ແລະ ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ