ຄະນະຜູ້ແທນພັກກອມມູນິດຫວຽດນາມຢ້ຽມຢາມແລະເຮັດວຽກຢູ່ເກຼັກແລະອີຕາລີ

ຄະນະຜູ້ແທນພັກກອມມູນິດຫວຽດນາມຢ້ຽມຢາມແລະເຮັດວຽກຢູ່ເກຼັກແລະອີຕາລີ - ảnh 1
​ທ່ານ ຮ່ວາງ​ບິ່ງ​ກວນ ພົບປະກັບທ່ານນາງ
Marina Sereni ຮອງປະທານສະພາຕ່ຳ ອີຕາລີ
(ພາບ:Vietnam+)

(vovworld) – ຄະນະຜູ້​ແທນ​ພັກ​ກອມ​ມູນິດ ຫວຽດນາມ ​ໂດຍ​ທ່ານ ຮ່ວາງ​ບິ່ງ​ກວນ, ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດສູນ​ກາງ ນຳ​ໜ້າ ພວມ​​ເຄື່ອນ​ໄຫວ​ຢ້ຽ​ມຢາມ ​ແລະ ​ເຮັດ​ວຽກ​ຢູ່​ປະ​ເທດ ​ເກຼຼກ ​ແລະ ອີ​ຕາ​ລີ ​ໃນ​ລະຫວ່າງ​ວັນ​ທີ 16 – 21/10. ທີ່​ການ​ເຮັດ​ວຽກ​ຕ່າງໆ, ຄະນະ​ຜູ້​ແທນ​ພັກ​ກອມ​ມູນິດ ຫວຽດນາມ ​ແລະ​ ບັນດາ​ຄູ່​ຮ່ວມມື ເກຼັຼກ ​ແລະ ອີ​ຕາ​ລີ ປຶກສາ​ຫາລື​ກ່ຽວ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ​ການ​ຮ່ວມ​ມື​ລະຫວ່າງ 2 ຝ່າຍ, ບັນດາ​ມາດ​ຕະການ​ຊຸກຍູ້​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ທີ່ໄດ້​ຮັບ​ການ​ລົງ​ນາມ​ຢ່າງ​ມີ​ປະສິດທິ​ຜົນ​ກ່ວາ​ອີກ. ພ້ອມ​ກັນ​ນັ້ນ ສະ​ເໜີ​ຝ່າຍ ເກຼຼັກ ​ແລະ ອີ​ຕາ​ລີ ​ຈົ່ງເອົ​າໃຈ​ໃສ່​ສົມທົບ​ກັບ ຫວຽດນາມ ຍົກ​ສູງ​ການ​ຮ່ວມ​ມື 2 ຝ່າຍ​ຢ່າງ​ມີ​ປະສິດທິ​ຜົນ​ກ່ວາ​ອີກ, ປະກອບສ່ວນ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ບັນດາ​ຂອບ​ເຂດ​ຫລາຍ​ຝ່າຍ​ຄື ອີ​ຢູ, ອາ​ຊຽນ; ພ້ອມ​ກັນ​ນັ້ນ 2 ຝ່າຍ​ຊ່ວຍ​ເຫຼືອ​ກັນປະຕິບັດ ບົດບາດ​ເປັນ​ຂົວ​ເຊື່ອມ​ຕໍ່​ກັບ​ພາກ​ພື້ນ ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້ ​ແລະ ອີຣົບເວັນ​ອອກສ່ຽງ​ໃຕ້.

 

 

ຂ່າວ/ບົດ​ອື່ນ