ຄຳເຫັນຂອງຜູ້ມີສິດເລືອກຕັ້ງກ່ຽວກັບວາລະຊັກຖາມທີ່ກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຊຸດທີ 14

(VOVWORLD) - ເມື່ອຕິດຕາມການຕອບຄຳຊັກຖາມຕໍ່ສະພາແຫ່ງຊາດຂອງຜູ້ວ່າການທະນາຄານແຫ່ງລັດ ເລມິງຮຶງ ໃນຕອນເຊົ້າວັນທີ 17 ພະຈິກ, 

ຜູ້ມີສິດເລືອກຕັ້ງ ຫຼໍວັນບຽນ ຢູ່ຕາແສງ ກວຽດທັ໋ງ ນະຄອນ ເຊີນລາ ສະແດງວ່າ:

        “ຂ້າພະເຈົ້າເຫັນວ່າ ການຕອບຄຳຊັກຖາມຂອງຜູ້ວ່າການທະນາຄານແມ່ນມີຈຸດສຸມທີ່ສຸດ, ຖືກກັບບັນຫາ ເຊິ່ງສະມາຊິກສະພາແຫ່ງຊາດຊັກຖາມ. ຜູ້ວ່າການທະນາຄານແຫ່ງລັດກໍ່ຍົກອອກຫລາຍມາດຕະການ ເພື່ອແນໃສ່ເຕີບໂຕສິນເຊື່ອ ແລະ ຍົກສູງປະສິດທິຜົນການເຄື່ອນໄຫວຂອງລະບົບທະນາຄານ”.

        ສ່ວນຜູ້ມີສິດເລືອກຕັ້ງ ບູຍຮິວຫລວາດ ບ້ານ ກິມເລົາ, ຕາແສງ ເຕີນລຽນ ເມືອງ ຫວີງບາວ ນະຄອນ ຫາຍຟ່ອງ ໃຫ້ຮູ້ວ່າ:

        “ຂ້າພະເຈົ້າເປັນຜູ້ມີສິດເລືອກຕັ້ງທີ່ໄດ້ຕິດຕາມວາລະຊັກຖາມ, ຂ້າພະເຈົ້າມີຄວາມປິຕິຊົມຊື່ນ ເມື່ອໄດ້ຮັບຟັງບັນດາສະມາຊິກສະພາແຫ່ງຊາດຕາງໜ້າໃຫ້ນະຄອນຕ່າງໆຊັກຖາມກ່ຽວກັບການນຳໃຊ້ແຫຼ່ງທຶນ. ກ່ຽວກັບຂົງເຂດກະສິກຳ ຂ້າພະເຈົ້າເຫັນວ່າ ພັກ ແລະ ລັດ ເອົາໃຈໃສ່ທີ່ສຸດເຖິງຂົງເຂດກະສິກຳ ດັ່ງນັ້ນ ໂສມໜ້າຊົນນະບົດພັດທະນາເປັນຢ່າງດີ.

        ເມື່ອຕິດຕາມວາລະຕອບຄຳຊັກຖາມຂອງທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ໃນຕອນເຊົ້າວັນທີ 17 ພະຈິກ, ຜູ້ມີສິດເລືອກຕັ້ງ ຫງວຽນທິເຟືອງ ເມືອງ ວັນອຽນ ແຂວງ ອຽນບ໋າຍ ປາດຖະໜາວ່າ:

        “ໃນໄລຍະຜ່ານມາ, ສື່ສັງຄົມມີຜົນກະທົບຢ່າງເລິກເຊິ່ງກ້ວາງຂວາງຕໍ່ຊີວິດການເປັນຢູ່ຂອງປະຊາຊົນແທ້ຈິງ. ເຖິງຢ່າງໃດກໍ່ຕາມ, ນອກຈາກປັດໄຈຕັ້ງໜ້າ ແລະ ຍັງມີຫລາຍຂ່າວຄາວໃນສື່ສັງຄົມ ເຮັດໃຫ້ປະຊາຊົນເປັນຫ່ວງກັງວົນ. ສະນັ້ນ ຜູ້ມີສິດເລືອກຕັ້ງພວກຂ້າພະເຈົ້າ ປາດຖະໜາວ່າ ໃນໄລຍະຈະມາເຖິງ ກະຊວງຖະແຫຼງຂ່າວ ແລະ ສື່ສານ ຈະມີບັນດາມາດຕະການຢ່າງມີປະສິດທິຜົນກ່ວາ ໃນການຄຸ້ມຄອງສື່ສັງຄົມ, ມີຄຳກ່າວເຕືອນຢ່າງທັນການສຳລັບບັນດາຂໍ້ມູນຂ່າວບໍ່ດີ”.

 

ຕອບກັບ

ຂ່າວ/ບົດ​ອື່ນ