ງານຕະຫຼາດນັດສະບຽງອາຫານສາກົນ2015ຢູ່ຟີລິບປິນ

ງານຕະຫຼາດນັດສະບຽງອາຫານສາກົນ2015ຢູ່ຟີລິບປິນ - ảnh 1
ທ່ານເອກອັກຄະລັດຖະທູດ ເຈືອງຈ່ຽວເຢືອງ ຢ້ຽມຢາມ
ຮ້ານສະແດງສິນຄ້າກາເຟຈູງງວຽນ

(vovworld) – ​​​ເນືອງ​ໃນ​ໂອກາດ​ປີ​ APEC ຟີ​ລິບ​ປິນ 2015, ກະຊວງ​ການ​ຄ້າ ​ແລະ ອຸດສາຫະກຳ ​​ຟີ​ລິບ​ປິນ (DTI) ຈັດ​ຕັ້ງງານ​ຕະຫຼາດນັດ​ສະບຽງ​ອາຫານ​ສາກົນ 2015 (IFEX 2015) ​ໃນລະຫວ່າງ​ວັນ​ທີ 21 – 24/5/2015 ຢູ່ SMX, Mall of ASIA, ມາ​ນີລາ, ຟີ​ລິບ​ປິນ. ​​ໃນງານ​ຕະຫຼາດນັດ​ຄັ້ງ​ນີ້ ມີ​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ພ້ອມກັບ​ບັນດາ​ວິ​ສາ​ຫະກິດ​ຂອງ​ບັນດາປະ​ເທດ​​ສະມາຊິກ APEC, ​ເຂົ້າ​ຮ່ວມ​ການວາງສະ​ແດງ​ສິນຄ້າ ​ແລະ ​ແນະນຳ​ຜະລິດ​ຕະພັນ.

         ນທີ່​ພົ້ ສະຖານທູດ ຫວຽດນາມ ປະຈຳ ຟີ​ລິບ​ປິນ ​ໄດ້​ສົມທົບ​ກັບກະຊວງ​ການ​ຄ້າ ​ແລະ ອຸດສາຫະກຳ ​​ໄດ້​ແຕ່ງ​ຕັ້ງ​ຄະນະ​ວິ​ສາ​ຫະກິດ​ເຂົ້າ​ຮ່ວມ ຊຶ່ງລວມມີ​ວິ​ສາ​ຫະກິດ 4 ​ແຫ່ງຄື: ວີນາ​ມິ​ວ, ກາ​ເຟຈູງ​ງວຽນ, ສະບຽງ​ອາຫານຈູງ​ແທ່ງ ​ແລະ HOGANO. ນອກຈາກ​ນັ້ນ ຍັງ​ມີ 6 ວິ​ສາ​ຫະກິດ ຫວຽດນາມ ຢູ່ ຟີ​ລິບ​ປິນ ​ໄດ້​ເຂົ້າ​ຮ່ວມ​ງານ​ຕະຫຼາດນັດ. ບັນດາ​ວິ​ສາ​ຫະກິດຂອງ ຫວຽດນາມ ​ເຂົ້າ​ຮ່ວມ​ງານ​ຕະຫຼາດນັດ​ເພື່ອ​ແນ​ໃສ່​ແນະນຳ​ບາງ​ຜະລິດ​ຕະພັນ​ສະບຽງ​ອາຫານ​ເດັ່ນ ​ແລະ ​​ເປັນເອກະລັກ​ສະ​ເພາະ​ຂອງ​ຫວຽດນາມ ກັບ​ແຂກ ຟີ​ລິບ​ປິນ ​ແລະ ສາກົນ.
ຂ່າວ/ບົດ​ອື່ນ