ງານບຸນສະແດງຊຸດເສື້ອຍາວນະຄອນໂຮ່ຈິມິນ ເຊີດຊູຊຸດເສື້ອຍາວຫວຽດນາມ

(VOVWORLD) -ຕອນຄ່ຳວັນທີ 17 ມີນາ, ງານບຸນສະແດງຊຸດເສື້ອຍາວນະຄອນໂຮ່ຈິມິນ ຄັ້ງທີ 6 ປີ 2019 ໄດ້ປິດລົງ, ພາຍຫຼັງດຳເນີນມາເປັນເວລາ 2 ອາທິດ (ນັບແຕ່ວັນທີ 02 – 17 ມີນາ) ດ້ວຍການເຄື່ອນໄຫວການສະແດງ, ການພົບປະແລກປ່ຽນ ແລະ ໂອ້ລົມສົນທະນາຢ່າງຟົດຟື້ນ.

ງານບຸນສະແດງຊຸດເສື້ອຍາວນະຄອນໂຮ່ຈິມິນ ເຊີດຊູຊຸດເສື້ອຍາວຫວຽດນາມ - ảnh 1 ງານບຸນສະແດງຊຸດເສື້ອຍາວນະຄອນໂຮ່ຈິມິນ

(ພາບ: .sggp.org.vn)

ສານທີ່ວ່າ “ຂ້າພະເຈົ້າຮັກຊຸດເສື້ອຍາວຫວຽດນາມ” ຂອງງານບຸນໄດ້ແຜ່ຂະຫຍາຍຢ່າງກວ້າງຂວາງ, ອັນໄດ້ສ້າງຄວາມສະອອນໃຈຢ່າງແຮງໃຫ້ປະຊາຊົນ, ບັນດາເພື່ອນໜຸ່ມນັບແສນຄົນ ແລະ ດຶງດູດຄວາມສົນໃຈ, ການສະໜັບສະໜູນຈາກນັກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດເປັນຈຳນວນຫຼາຍ.

        ງານບຸນໄດ້ປະກອບສ່ວນເຊີດຊູ, ຢືນຢັນຄຸນຄ່າແບບຍືນຍົງຂອງຊຸດເສື້ອຍາວຫວຽດນາມ ໃນຈິດໃຈຂອງປະຊາຊົນ ແລະ ນັກທ່ອງທ່ຽວ, ສ້າງເປັນຈຸດເດັ່ນໃຫ້ແກ່ທ່ອງທ່ຽວຫວຽດນາມ ແລະ ທ່ອງທ່ຽວນະຄອນໂຮ່ຈິມິນ. ທ່ານ ເລເຈືອງຮ່ຽນຮ່ວາ, ຜູ້ອຳນວຍການສູນສົ່ງເສີມການທ່ອງທ່ຽວນະຄອນໂຮ່ຈິມິນ, ໃຫ້ຮູ້ວ່າ.

        “ຄະນະຈັດຕັ້ງຍາມໃດກໍ່ຕັ້ງຄວາມຫວັງເຖິງການແຜ່ຂະຫຍາຍຂອງງານບຸນ ແລະ ໄດ້ຮັບການສະໜັບສະໜູນຂອງປະຊາຊົນນະຄອນໂຮ່ຈິມິນ ເວົ້າລວມ ແລະ ປະຊາຊົນໃນທົ່ວປະເທດເວົ້າສະເພາະ. ພວກຂ້າພະເຈົ້າຫວັງວ່າ, ປະຊາຊົນທຸກຊັ້ນຄົນ, ທຸກເກັນອາຍຸຈຈະພ້ອມກັນເຂົ້າຮ່ວມ ເພື່ອສົ່ງສານກ່ຽວກັບຊຸດເສື້ອຍາວປະຈຳຊາດຂອງຫວຽດນາມ”.

ຕອບກັບ

ຂ່າວ/ບົດ​ອື່ນ