ງານພົບປະມິດຕະພາບຕ້ອນຮັບບຸນເຕັດປີແມວ 2023

(VOVWORLD) -ໃນປີ 2023, ບັນດາອົງການຕາງໜ້າການທູດ, ບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ຈະສືບຕໍ່ຮ່ວມມືກັບ ຫວຽດນາມ ຢ່າງແໜ້ນແຟ້ນ.
ງານພົບປະມິດຕະພາບຕ້ອນຮັບບຸນເຕັດປີແມວ 2023 - ảnh 1ທີ່ງານພົບປະມິດຕະພາບ
(ພາບ: nhandan.vn)

        ເນື່ອງໃນໂອກາດບຸນເຕັດປີແມວ 2023, ຕອນຄ່ຳວັນທີ 10 ມັງກອນ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ໄດ້ສົມທົບກັບຄະນະກຳມະການວຽກງານກ່ຽວກັບບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ຈັດງານພົບປະມິດຕະພາບກັບຄະນະທູຕານຸທູດ, ບັນດາອົງການຈັດຕັ້ງສາກົນ ແລະ ອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດປະຈຳ ຫວຽດນາມ.

        ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ການພົບປະ, ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ ເນັ້ນໜັກວ່າ, ປີ 2022, ຫວຽດນາມ ບັນລຸຜົນງານສຳຄັນຫຼາຍຢ່າງໃນການຟື້ນຟູພາຍຫຼັງໂລກລະບາດໂຄວິດ - 19 ແລະ ການພັດທະນາເສດຖະກິດ - ສັງຄົມ, ກາຍເປັນສະຖານທີ່ດູດດື່ມສຳລັບນັກລົງທຶນຕ່າງປະເທດ. ທ່ານນາງຮອງປະທານປະເທດປາດຖະໜາວ່າ ໃນປີ 2023, ບັນດາອົງການຕາງໜ້າການທູດ, ບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ຈະສືບຕໍ່ຮ່ວມມືກັບ ຫວຽດນາມ ຢ່າງແໜ້ນແຟ້ນ.

        ກໍ່ທີ່ການພົບປະ, ທ່ານ Saadi Salama, ຫົວໜ້າຄະນະທູຕານຸທູດ, ເອກອັກຄະລັດຖະທູດ ປາແລັດສະຕິນ ປະຈຳ ຫວຽດນາມ ສະແດງຄວາມປາດຖະໜາວ່າ ຫວຽດນາມ ຈະສືບຕໍ່ຊຸກຍູ້ບັນດາຄຸນຄ່າຂອງນ້ຳໃຈມິດຕະພາບ, ເສີມຂະຫຍາຍກຳລັງໜູນຂອງການທູດປະຊາຊົນຢ່າງສຸດຂີດ, ຮັກສາ ແລະ ເພີ່ມທະວີການຮ່ວມມືກັບບັນດາອົງການທຸຕານຸທູດ, ອົງການຈັດຕັ້ງສາກົນ ແລະ ບັນດາອົງການບໍ່ຂຶ້ນກັບລັດຖະບານ ເພື່ອປະກອບສ່ວນໃຫ້ການຕໍ່ສູ້ລວມຂອງປະຊາຊົນໃນໂລກ ເພື່ອສັນຕິພາບ, ປະຊາທິປະໄຕ, ຄວາມກ້າວໜ້າ, ຄວາມສະເໝີພາບ ແລະ ການພັດທະນາສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ