ງານພົບປະແລກປ່ຽນ “ຄຸນນະທາດທະຫານລຸງໂຮ່ “ໃສແຈ້ງສະຫວ່າງຕະຫຼອດການ”

(VOVWORLD)ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງລາຍການພົບປະແລກປ່ຽນ ດ້ວຍຫົວຂໍ້ວ່າ “ຄຸນນະທາດທະຫານລຸງໂຮ່ ໃສແຈ້ງສະຫວ່າງຕະຫຼອດການ”.
ງານພົບປະແລກປ່ຽນ “ຄຸນນະທາດທະຫານລຸງໂຮ່ “ໃສແຈ້ງສະຫວ່າງຕະຫຼອດການ” - ảnh 1 ລາຍການ ດໍາເນີນການພົບປະແລກປ່ຽນ, ໂອ້ລົມກັບບັນດາສ່ວນບຸກຄົນ, ໝູ່ຄະນະທີ່ເປັນແບບຢ່າງດີເດັ່ນກ້າວໜ້າ (ພາບ: dangcongsan.vn)

ຕອນຄໍ່າວັນທີ 14 ສິງຫາ, ຢູ່ຮ່າໂນ້ຍ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງລາຍການພົບປະແລກປ່ຽນ ດ້ວຍຫົວຂໍ້ວ່າ “ຄຸນນະທາດທະຫານລຸງໂຮ່ ໃສແຈ້ງສະຫວ່າງຕະຫຼອດການ” ເນື່ອງໃນໂອກາດສະຫຼຸບ ແລະ ເຊີດຊູແບບຢາງກ້າວໜ້າ 5 ປີ ແຫ່ງວັນປະຕິບັດບັ້ນຂົນຂວາຍ “ເສີມຂະຫຍາຍມູນເຊື້ອ, ອຸທິດສ່ວນຄວາມເກັ່ງກ້າສາມາດ, ສົມກັບເປັນທະຫານລຸງໂຮ່”, ຕິດພັນກັບການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດຂອງ ປະທານໂຮ່ຈີມິນ (2014 – 2019).

        ທີ່ລາຍການ ໄດ້ດໍາເນີນການພົບປະແລກປ່ຽນ, ໂອ້ລົມກັບບັນດາສ່ວນບຸກຄົນ, ໝູ່ຄະນະທີ່ເປັນແບບຢ່າງດີເດັ່ນກ້າວໜ້າ, ຜູ້ຕາງໜ້າກໍາລັງຕ່າງໆ, ທະຫານເຂດ, ເຫຼົ່າທັບທີ່ມີຜົນງານດີເລີດ; ແບ່ງປັນບັນດາປະສົບການ, ວິທີເຮັດທີ່ມີປະສິດທິຜົນຂອງບັນດາຫົວໜ່ວຍໃນການຜັນຂະຫຍາຍປະຕິບັດບັ້ນຂົນຂວາຍ...

        ນອກຈາກນັ້ນ, ໃນລາຍການ ກໍໄດ້ສະແດງບັນດາລາຍການສິລະປະ, ຟ້ອນລໍາທໍາເພງ ຊົມເຊີຍພັກ, ຊົມເຊີຍກອງທັບປະຊາຊົນຫວຽດນາມວິລະຊົນ; ຊົມເຊີຍປະເທດຊາດ, ຊາວຫວຽດນາມ; ບັນດາສາລະຄະດີສ່ອງແສງການເຄື່ອນໄຫວຝຶກຊ້ອມ, ກຽມພ້ອມສູ້ຮົບ, ການອຸທິດສ່ວນ, ການເສຍສະຫຼະຂອງພະນັກງານ, ທະຫານໃນທົ່ວກອງທັບ.


 

ຕອບກັບ

ຂ່າວ/ບົດ​ອື່ນ