ງານວາງສະແດງຢັ້ງຢືນອະທິປະໄຕທະເລຂອງຫວຽດນາມ ຢູ່ໂຕກຽວ, ປະເທດ ຍີ່ປຸ່ນ

(VOVWORLD) - ໃນຂອບເຂດງານບຸນ ຫວຽດນາມ ຢູ່ຍີ່ປຸ່ນ  2017 ແຕ່ວັນທີ 10 -11 ມິຖຸນາ, ສະມາຄົມຊາວ ຫວຽດນາມ ຢູ່ ຍີ່ປຸ່ນ ໄດ້ຈັດຕັ້ງງານວາງສະແດງຮູບພາບ, ແຜນທີ່ບູຮານ ຢືນຢັນອະທິປະໄຕທີ່ບໍ່ສາມາດຖົກຖຽງກັນໄດ້ຂອງ ຫວຽດນາມ ສຳລັບ 2 ໝູ່ເກາະເຈື່ອງຊາ ແລະ ຮ່ວາງຊາ. 
ງານວາງສະແດງຢັ້ງຢືນອະທິປະໄຕທະເລຂອງຫວຽດນາມ ຢູ່ໂຕກຽວ, ປະເທດ ຍີ່ປຸ່ນ - ảnh 1 ຮ້ານວາງສະແດງຂອງ ຫວຽດນາມ ຢູ່ ຍີ່ປຸ່ນ

ງານວາງສະແດງລວມມີ: ວັດຖຸພັນເກືອບ 100 ຢ່າງຂອງຫຼາຍກຸ່ມຫົວຂໍ້ຕົ້ນຕໍຄື: ແຜນທີ່, ເອກະສານເກົ່າ ຢັ້ງຢືນອະທິປະໄຕຂອງ ຫວຽດນາມ ສຳລັບ ຮ່ວາງຊາ, ເຈື່ອງຊາ. ງານວາງສະແດງກໍ່ໄດ້ສາຍຟິມຮູບເງົາ, ຮູບພາບທີ່ສະສົມມາໃຫ້ຜ່ານໄລຍະຕ່າງໆຂອງບັນດາບໍລິສັດຜະລິດຟິມຮູບເງົາສາກົນ ກໍ່ຄືຢູ່ພາຍໃນປະເທດ ກ່ຽວກັບເຈື່ອງຊາ, ຮ່ວາງຊາ ຂອງ ຫວຽດນາມ. ທ່ານ ເວືອງຈີ໋ເຕີນ, ຕາງໜ້າໃຫ້ຄະນະບໍລິຫານງານສະມາຄົມຊາວ ຫວຽດນາມ ຢູ່ ຍີ່ປຸ່ນ ໃຫ້ຮູ້ວ່າ: ນອກຈາກການວາງສະແດງ ຄະນະຈັດຕັ້ງຍັງໄດ້ຈັດສັນ 2 ຮ້ານວາງສະແດງປຶ້ມໜັງສືພິມ, ໃບປິ່ວຮັບໃຊ້ແຂກທ່ອງທ່ຽວສາກົນອີກ, ຍີ່ປຸ່ນ ປາດຖະໜາຢາກຊອກຮູ້ ຕື່ມກ່ຽວກັບສະພາບການຢູ່ທະເລຕາເວັນອອກ.

ຕອບກັບ

ຂ່າວ/ບົດ​ອື່ນ