ງານວາງສະແດງຫົວເລື່ອງສະເພາະກ່ຽວກັບທະເລໝູ່ເກາະ ແລະ ທະຫານເຮືອ

(VOVWORLD) - ທີ່ຫໍພິພິທະພັນແຂວງ ຮ່າຢາງ ພວມດຳເນີນງານວາງສະແດງເອກະສານ, ວັດຖຸພັນກ່ຽວກັບທະເລ, ໝູ່ເກາະ ແລະ ທະຫານເຮືອດ້ວຍຫົວເລື່ອງວ່າ
ງານວາງສະແດງຫົວເລື່ອງສະເພາະກ່ຽວກັບທະເລໝູ່ເກາະ ແລະ ທະຫານເຮືອ - ảnh 1 ງານວາງສະແດງຫົວເລື່ອງສະເພາະກ່ຽວກັບທະເລໝູ່ເກາະ ແລະ ທະຫານເຮືອ (ພາບ: TTXVN)

“ຮ່າຢາງ ຮ່ວມແຮງຮ່ວມໃຈສ້າງສາ ແລະ ປົກປັກຮັກສາອຳນາດອະທິປະໄຕຊາຍແດນ, ທະເລໝູ່ເກາະຂອງປະເທດຊາດ”.  ງານວາງສະແດງເອກະສານ, ຮູບຖ່າຍ, ແຜນທີ່, ຮູບຈຳລອງກ່ຳປັ່ນສູ້ຮົບເກືອບ 300 ຢ່າງ ໄດ້ສ່ອງແສງເຖິງບັນດາວິລະກຳດີເດັ່ນຂອງທະຫານເຮືອ ຫວຽດນາມ, ພາລະກິດສ້າງສາທະຫານເຮືອປະຊາຊົນ ຫວຽດນາມ ເປັນກອງທັບຫລວງ, ຍອດຢ້ຽມ, ທັນສະໄໝ. ພິເສດ ທີ່ງານວາງສະແດງ, ແຂວງ ຮ່າຢາງ ໄດ້ແນະນຳຮູບພາບ, ເອກະສານຫລາຍຢ່າງດ້ວຍຫົວຂໍ້ວ່າ “ຮ່າຢາງ ຮ່ວມແຮງຮ່ວມໃຈສ້າງສາ ແລະ ປົກປັກຮັກສາອຳນາດອະທິປະໄຕຊາຍແດນ, ທະເລໝູ່ເກາະຂອງປະເທດຊາດ” ລວມມີບັນດາຮູບພາບທີ່ສະແດງໃຫ້ເຫັນຄວາມສົນໃຈ, ຮ່ວມແຮງຮ່ວມໃຈປົກປັກຮັກສາອຳນາດອະທິປະໄຕຊາຍແດນ, ທະເລໝູ່ເກາະຂອງອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າ ຮ່າຢາງ, ການແບ່ງປັນຂອງປະຊາຊົນ ຮ່າຢາງ ກັບກອງທັບ, ປະຊາຊົນຢູ່ເກາະ ເຈື່ອງຊາ ແລະ ບັນດາເຂດທະເລ, ໝູ່ເກາະຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ