ງານວາງສະແດງຮູບພາບ “ອາຊຽນ-48ປີແຫ່ງສັນຕິພາບ,ພັດທະນາແລະ20ປີແຫ່ງວັນຫວຽດນາມເຂົ້າເປັນສະມາຊິກອາຊຽນ”

ງານວາງສະແດງຮູບພາບ “ອາຊຽນ-48ປີແຫ່ງສັນຕິພາບ,ພັດທະນາແລະ20ປີແຫ່ງວັນຫວຽດນາມເຂົ້າເປັນສະມາຊິກອາຊຽນ” - ảnh 1
ງານ​ວາງສະ​ແດງ​ຮູ​ບພາບ “ອາ​ຊຽນ - 48 ປີ​ແຫ່ງ​ສັນຕິພາບ,
ພັດທະນາ ​ແລະ 20​ ປີ​ແຫ່ງວັນ​ຫວຽດນາມ ​ເຂົ້າ​ເປັນ​ສະມາຊິກ​ອາ​ຊຽນ”
(ພາບ: hanoimoi.com.vn)


(vovworld) – ງານ​ວາງສະ​ແດງ​ຮູ​ບພາບ “ອາ​ຊຽນ - 48 ປີ​ແຫ່ງ​ສັນຕິພາບ, ພັດທະນາ ​ແລະ 20​ ປີ​ແຫ່ງວັນ​ຫວຽດນາມ ​ເຂົ້າ​ເປັນ​ສະມາຊິກ​ອາ​ຊຽນ”, ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 08/09, ຢູ່​ຮ່າ​ໂນ້ຍ, ດ້ວຍ​ພາບ​ຖ່າຍ 150 ​ແຜ່​ນ ກ່ຽວ​ກັບ​ຜົນງາ​ນພົ້ນ​ເດັ່ນ​ເຊິ່ງ​ແຕ່ລະ​ປະ​ເທດ​ສະມາຊິກ​ບັນລຸ​ໄດ້ ພາຍ​ຫຼັງ​ເຂົ້າ​ເປັນ​ສະມາຊິກ​ອາ​ຊຽນ. ພິ​ເສດ, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນ​ຫວຽດນາມ ​ເຂົ້າ​ເປັນ​ສະມາຊິກ​ອາ​ຊຽນ, ຮ້ານ​ວາງສະ​ແດງ​ຂອງ​ປະ​ເທດ​ເຈົ້າພາບ ຫວຽດນາມ ​ແມ່ນ​ຈຸ​ດພົ້ນ​ເດັ່ນຂອງ​ງານ​ວາ​ງສະ​ແດງ, ດ້ວຍ​ພາບ​ຖ່າຍ 30 ​ແຜ່ນ ທີ່​ແນະນຳ​ກ່ຽວ​ກັບ​ທັດສະນີ​ຍະ​ພາບ​ທີ່​ສວຍງາມ​ຂອງປະ​ເທດ​ຊາດ ​ແລະ ຊາວ​ຫວຽດນາມ, ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ການ​ນຳ​ພັກ, ລັດ ທີ່​​ກອງ​ປະຊຸມ​ອາ​ຊຽນຕ່າງໆ. ທ່ານ​ໂຮ່ກວາງ​​ເລີ້​ຍ, ຫົວໜ້າ​ຄະນະ​ໂຄສະນາສຶກສາຄະ​ນະ​ພັກ​ນະ​ຄອນ​ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ.

        “’ງານ​ວາງສະ​ແດງ​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ແທດ​ຈິງ ​ແລະ ມີ​ຄວາມ​ໝາຍ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີມສະຫຼອງ 48 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ອາ​ຊຽນ ​ແລະ 20 ປີແຫ່ງ​ວັນ​ຫວຽດນາມ ​ເຂົ້າ​ເປັນ​ສະມາຊິກ​ອາ​ຊຽນ. ພາບ​ຖ່າຍ 150 ​ແຜນ​ແມ່ນ​ບັນດາ​ຮູບພາບ​ສວຍ​ງາມ​ທີ່​ສຸດ ສະ​ແດງໃຫ້​ເຫັນ​ວິວັດ​​ແຫ່ງການ​ສ້າງ​ຕັ້ງ ​ແລະ ພັດທະນາ​ຂອງ​ປະຊາຊົນ​ອາຊຽນ, ກໍ​ຄື​ທີ່​ຄັ້ງ ​ແລະ ການ​ປະກອບສ່ວນ​ຂອງ​ຫວຽດນາມ ​ໃນ​ປະຊາ​ຄົມ​ນີ້.”

        ງານ​ວາງ​ສະ​ແດງຈະ​ຖືກ​ດຳ​ເນີນ​ໄປ​ຮອດ​ວັນ​ທີ 15/09 ຈຶ່ງ​ຈະ​ອັດ​ລົງ.

ຂ່າວ/ບົດ​ອື່ນ