ງານວາງສະແດງແຜນທີ່,ເອກະສານຢືນຢັນອະທິປະໄຕຮ່ວາງຊາ,ເຈື່ອງຊາຢູ່ກວາງນາມ

ງານວາງສະແດງແຜນທີ່,ເອກະສານຢືນຢັນອະທິປະໄຕຮ່ວາງຊາ,ເຈື່ອງຊາຢູ່ກວາງນາມ - ảnh 1
ຜູ້ທ່ຽວຊົມຢູ່ງານວາງສະແດງ
(ພາບ: Đo Truong/TTXVN)


(vovworld) –  ທີ່​ເມືອງ​ ຖັງບີ່​ງ, ​ແຂວງ ກວາງ​ນາມ, ​ພວມ​ດຳ​ເນີນ​ງານ​ວາງສະ​ແດງ​ແຜນ​ທີ່ ​ແລະ ​ເອກະສານ​ດ້ວຍ​ຫົວ​ຂໍ້​ວ່າ: “ຮ່ວາງ​ຊາ, ​ເຈື່ອງ​ຊາ ຂອງ ຫວຽດນາມ-​ບັນດາ​ພະຍານ​ຫຼັກ​ຖານ​ປະຫວັດສາດ ​ແລະ ພື້ນຖານນິຕິ​ທຳ”. ບັນດາ​ ແຜນ​ທີ່, ​ເອກະສານ, ສິ່ງ​ພິມ​ທີ່​ໄດ້​ນຳ​ມາວາງສະ​ແດງ​ຢູ່​ງານ​ວາງສະ​ແດງ​ຄັ້ງ​ນີ້ ​ແມ່ນ​ບັນດາ​ພະຍານ​ຫຼັກ​ຖານ​ປະຫວັດສາດ ​ແລະ ນິຕິ​ທຳ ທີ່​ເກັບ​ມາ​ໄດ້ຢູ່ ຫວຽດນາມ ​ແລະ ບັນດາ​ປະ​ເທດ​ໃນ​​ໂລກ, ​ໃນ​ນັ້ນ​​ມີ ຈີນ. ບັນດາ​ຮູບ​ພາບ​ເອກະສານ​ຢູ່​ງານ​ວາງສະ​ແດງ​ຄັ້ງ​ນີ້​ໄດ້​ຢືນຢັນຫຼັກ​ໝັ້ນ​​ເປັນ​ທຳ​ຂອງ ຫວຽດນາມ, ຍົກ​ສູງ​ນ້ຳ​ໃຈ​ສາມັກຄີ, ສະຕິ​ຄວາມ​ຮັບຜິດຊອບ​ຂອງ​ປະຊາຊົນທັງ​ຢູ່​ພາຍໃນ​ປະ​ເທດ ​ແລະ ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ໃນ​ວິວັດ​ການ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດ​ທະ​ເລ​ໝູ່​ເກາະ; ຊ່ວຍ​ເພື່ອນ​ມິດສາ​ກົນ, ​ໃນ​ນັ້ນ​ມີ​ປະຊາຊົນ ຈີນ ​ເຂົ້າ​ໃຈ​ກ່ຽວ​ກັບ​ຄວາມ​ຈິງ​​ໃນ​ປະຫວັດສາດ,​ ຕອບ​ສະໜອງ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ປະ​ຊາ​ຊົນ ຫວຽ​ດ ນາມ ​ໃນ​ເລື່ອງ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ​ໃນ​ພາກ​ພື້ນ ​ເພື່ອ​ພັດທະນາ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ