ຈັດການພົບປະກັບບັນດານັກຂ່າວຕ່າງປະເທດປະຈຳຫວຽດນາມ ໃນໂອກາດຕົ້ນປີໃໝ່

ຈັດການພົບປະກັບບັນດານັກຂ່າວຕ່າງປະເທດປະຈຳຫວຽດນາມ ໃນໂອກາດຕົ້ນປີໃໝ່ - ảnh 1
ການພົບ​ປະກັບ​ບັນດາ​ນັກ​ຂ່າວ​ຕ່າງປະ​ເທດ
​ປະຈຳ​ຫວຽດນາມ ​ໃນ​ໂອກາດຕົ້ນ​ປີ​ໃໝ່
(ພາບ: baomoi.com)

(vovworld) – ຕອນ​ຄໍ່າ​ວັນ​ທີ 29/01, ​ເນື່ອງ​ໃນ​ໂອກາດບຸນ​ປິ​ໃໝ່ປະຈຳ​ຊາດ 2015, ກະຊວງ​ການຕ່າງປະ​ເທດ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ຕົ້ນ​ປີ​ໃໝ່​ກັບ​ບັນດາ​ນັກ​ຂ່າວຕ່າງປະ​ເທດ​ປະຈຳ​ຫວຽ​ດນາມ.

        ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມມິ​ງຄອຍ ​ໄດ້​ຕີ​ລາຄາ​ສູງ​ການ​ຮ່ວມ​ມື​ຂອງ​ບັນດາ​ນັກ​ຂ່າວ​ສາກົນ ປະຈຳ​ຫວຽດນາມ, ບັນດາ​ອົງການ​ຕາງ​ໜ້າ​ຕ່າງປະ​ເທດ, ອົງການ​ຈັດ​ຕັ້ງ​ສາກົນ​ຕ່າງປະ​ເທດ​ປະຈຳ​ຫວຽດນາມ ​ໃນ​ການ​ໃຫ້ຂ່າວ, ພາບ​ພົດ​ຢ່າງ​ແທດ​ຈິງ​ກ່ຽວ​ກັບປະ​ເທດ​ຫວຽດນາມ ​ທີ່​ສັນຕິພາບ, ປ່ຽນ​ໃໝ່, ຊາດ​ຫວຽດນາມ ອົງອາດ​ກ້າ​ແກ່ນ​ເຖິງ​ປະຊາຊົນ​ໂລກ. ທ່ານ ຟ້າ​ມມິ​ງຄອຍ ​ເນັ້ນ​ໜັກ​ວ່າ, ປີ 2015 ຫວຽດນາມ ຈັດການ​ສະ​ເຫຼີ​ມສະຫຼອງ​ສຳຄັນຫຼາຍ​ຢ່າງ ​ແລະ ປີ 2015 ກໍ່​ແມ່ນ​ປີ​ສ້າງ​ຕັ້ງ​ປະຊາ​ຄົມ​ອາ​ຊຽນ, ໃນ​ນັ້ນ, ຫວຽດນາມ​ແມ່ນ​ສະມາຊິກ​ທີ່​​ເປັນ​ເຈົ້າ​ການ, ຕັ້ງໜ້າ. ​ໃນ​ສະພາບ​ການ​ນັ້ນ, ຫວຽດນາມ ຈະ​ສືບ​ຕໍ່​ຢືດໝັ້ນ​ແນວທາງ​ການ​ຕ່າງປະ​ເທດ​ສັນຕິພາບ, ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ຫັນ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ; ຢືດໝັ້ນ​ທິດ​ທາງ​ປົກປັກ​ຮັກສາ​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ.

ຂ່າວ/ບົດ​ອື່ນ