ຈັດການເສັງ ແລະ ງານວາງສະແດງພາບຖ່າຍສິລະປະ “ຄວາມເອກອ້າງທະນົງໃຈກ່ຽວກັບເຂດຊາຍແດນ” ປີ 2024

(VOVWORLD) - ເຫດການໄດ້ຮັບການຈັດຕັ້ງເພື່ອແນໃສ່ຫັນບັນດາຮູບແບບການໂຄສະນາ, ຖະແຫຼງຂ່າວຕໍ່ຕ່າງປະເທດກ່ຽວກັບອະທິປະໄຕເຂດຊາຍແດນ, ຜືນແຜ່ນດິນເປັນຫຼາຍຮູບແບບ; ແນະນຳ, ໂຄສະນາກ່ຽວກັບຄວາມງາມ, ຄວາມສາມາດບົ່ມຊ້ອນຂອງເຂດຊາຍແດນແຫ່ງຊາດໃນເຂດດິນຕໍ່ແຜ່ນ ເຖິງມະຫາຊົນຢູ່ພາຍໃນ ແລະ ຕ່າງປະເທດ.
ຈັດການເສັງ ແລະ ງານວາງສະແດງພາບຖ່າຍສິລະປະ “ຄວາມເອກອ້າງທະນົງໃຈກ່ຽວກັບເຂດຊາຍແດນ” ປີ 2024 - ảnh 1ງານວາງສະແດງພາບຖ່າຍສິລະປະ “ຄວາມເອກອ້າງທະນົງໃຈກ່ຽວກັບເຂດຊາຍແດນ” ຄັ້ງທີ III ປີ 2023
(ພາບ:Tường Vi/TTXVN)

ສະມາຄົມນັກຖ່າຍຮູບ ຫວຽດນາມ ຫາກໍ່ປະກາດກົດລະບຽບການເສັງ ແລະ ງານວາງສະແດງພາບຖ່າຍສິລະປະ “ຄວາມເອກອ້າງທະນົງໃຈກ່ຽວກັບເຂດຊາຍແດນ” ຄັ້ງທີ III ປີ 2024. ເຫດການໄດ້ຮັບການຈັດຕັ້ງເພື່ອແນໃສ່ຫັນບັນດາຮູບແບບການໂຄສະນາ, ຖະແຫຼງຂ່າວຕໍ່ຕ່າງປະເທດກ່ຽວກັບອະທິປະໄຕເຂດຊາຍແດນ, ຜືນແຜ່ນດິນເປັນຫຼາຍຮູບແບບ; ແນະນຳ, ໂຄສະນາກ່ຽວກັບຄວາມງາມ, ຄວາມສາມາດບົ່ມຊ້ອນຂອງເຂດຊາຍແດນແຫ່ງຊາດໃນເຂດດິນຕໍ່ແຜ່ນ ເຖິງມະຫາຊົນຢູ່ພາຍໃນ ແລະ ຕ່າງປະເທດ. ພ້ອມກັນນັ້ນ, ການເສັງກໍ່ສືບຕໍ່ໂຄສະນາ, ຢັ້ງຢືນແຜນນະໂຍບາຍ, ແນວທາງຂອງ ຫວຽດນາມ ກ່ຽວກັບຍຸດທະສາດການປ້ອງກັນຊາຍແດນແຫ່ງຊາດ; ຮັບຮູ້ ແລະ ເຊີດຊູການປະກອບສ່ວນ, ການເສຍສະຫຼະຂອງຊາວ ຫວຽດນາມ ຫຼາຍລຸ້ນຄົນ, ບັນດາກຳລັງປະກອບອາວຸດເພື່ອປົກປັກຮັກສາເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ.

        ການເສັງນີ້ສະຫງວນໃຫ້ພົນລະເມືອງ ຫວຽດນາມ ທັງຢູ່ພາຍໃນ ແລະ ຕ່າງປະເທດໂດຍມີອາຍຸ 15 ປີຂຶ້ນໄປ, ຊາວ ຕ່າງປະເທດ ພວມປະຕິບັດງານ ແລະ ດຳລົງຊີວິດຢູ່ ຫວຽດນາມ. ເວລາຮັບຜົນງານສົ່ງເຂົ້າເສັງແມ່ນແຕ່ນີ້ຮອດວັນທີ 15 ສິງຫາ. ບັນດາຜູ້ເຂົ້າຮ່ວມສາມາດຊອກຮູ້ຂໍ້ມູນກ່ຽວກັບການເສັງ ແລະ ຝາກພາບຖ່າຍເຂົ້າຮ່ວມໃນເວບໄຊ: www.anhnghethuatbiengioi2024.com.

ຕອບກັບ

ຂ່າວ/ບົດ​ອື່ນ