ຈົດໝາຍອວຍພອນໃນໂອກາດສະເຫຼີມສະຫຼອງ 70 ປີ ແຫ່ງວັນສ້າງຕັ້ງຂະແໜງການທູດຫວຽດນາມ

ຈົດໝາຍອວຍພອນໃນໂອກາດສະເຫຼີມສະຫຼອງ 70 ປີ ແຫ່ງວັນສ້າງຕັ້ງຂະແໜງການທູດຫວຽດນາມ - ảnh 1

ທ່ານ ຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ຫວຽດນາມ
ກ່າວຄວາມເຫັນໃນພິທີສະເຫຼີມສະຫຼອງ
(ພາບ:vnanet.vn)
(vovworld) ​- ເນືອງໃນ​ໂອກາດສ​ະ​ເຫຼີ​ມສະຫຼອງ 70 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ຂະ​ແໜງ​ການ​ທູດ​ຫວຽດນາມ, ທ່ານ ທອງ​ລຸນ ສີ​ສຸ​ລິດ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ ​ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ​ໄດ້​ສົ່ງຈົດໝາຍອວຍພອນ​​ເຖິງ​ທ່ານ ຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ. ​ໃນ​ຈົດໝາຍ, ທ່ານຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ ​ກະຊວງ​ການ​ຕ່າງປະ​ເທດ ​ທອງ​ລຸນ​ສີ​ສຸ​ລິດ ​ໄດ້​ຕີ​ລາຄາ​ສູງ​ການ​ປະກອບສ່ວນ​ຂອງ​ຂະ​ແໜງ​ການ​ທູດ​ຫວຽດນາມ ​ໃນ​ພາລະກິດ​ປົກ​ປັກ​ຮັກສາ, ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຫວຽດນາມ ກໍ່​ຄື​​ໃນ​ການສ້າງ​ອິດ​ທິພົນ​ຊື່​ສຽງ, ຍົກ​ສູງ ​ແລະ ​ເຮັດ​ໃຫ້​ທີ່​ຕັ້ງ​ຂອງ​ຫວຽດນາມ ​ພົ້ນ​ເ​ດັ່ນຂຶ້ນ​ໃນ​ເວທີ​ສາກົນ ​ແລະ ພາກ​ພື້ນ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດອັນ​ແທດ​ຈິງ​ໃຫ້​ປະຊາຊົນ​ຫວຽດນາມ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ສ້າງສັນ​ຕິ​ພາບ, ສະຖຽນ​ລະ​ພາບ ​ແລະ ການ​ເຊື່ອມ​ໂຍງ​ພັດທະນາ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ. ທ່ານຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ ​ກະຊວງ​ການ​ຕ່າງປະ​ເທດ ​ທອງ​ລຸນ​ສີ​ສຸ​ລິດ ກໍ່​ຕີ​ລາຄາ​ສູງ​ການ​ຮ່ວມ​ມື​ຂອງ​ຂະ​ແໜງ​ການ​ທູດ​ສອງ​ປະ​ເທດ​ລາວ - ຫວຽດນາມ ໃນ​ວຽກ​ງານ​ສົມທົບ​ກັນ, ​ແລກປ່ຽນ​ບົດຮຽນ ​ແລະ ຄວາມ​ເຫັນ, ສະໜັບສະໜູນ, ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ; ພ້ອມ​ທັງ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ​ ໃນ​ໄລຍະ​ຜ່ານ​ມາຍາມ​ໃດ​ກໍ່​ໃຫ້ການ​ຊ່ວຍ​ເຫຼືອ​ລາວຢ່າງ​ມີ​ປະສິດທິ​ຜົນ ​ແລະ ທັນ​ການ​.

ຕອບກັບ

ຂ່າວ/ບົດ​ອື່ນ