ຈີນ: ຂ​ໍ້​ຕົກ​ລົງ​ການ​ຄ້າ​ກັບ​ອາ​ເມ​ລິ​ກາ​ຕ້ອງມ​ີ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ສອງ​ຝ່າຍ

(VOVWORLD) - ທ່ານ ລູກາງ ຖືວ່າ ຈະບໍ່ມີວິທະຍາສາດ ແລະ ບໍ່ເປັນມືອາຊີບແທ້ໆເມື່ອຄິດຢ່າງງ່າຍດາຍວ່າ ປະເທດ ອາເມລິກາ ຖືກເສຍຜົນປະໂຫຍດໃນການພົວພັນການຄ້າກັບຈີນ.
ຈີນ: ຂ​ໍ້​ຕົກ​ລົງ​ການ​ຄ້າ​ກັບ​ອາ​ເມ​ລິ​ກາ​ຕ້ອງມ​ີ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ສອງ​ຝ່າຍ - ảnh 1ທ່ານ ລູກາງ ໂຄສົກກະຊວງການຕ່າງປະເທດ ຈີນ (ພາບ: :AFP/TTXVN)

ໃນວັນທີ 21 ພຶດສະພາ, ທ່ານ ລູກາງ ໂຄສົກກະຊວງການຕ່າງປະເທດ ຈີນໄດ້ຖະແຫຼງວ່າ ບັນດາຂໍ້ຕົກລົງການຄ້າລະຫວ່າງ ປັກກິ່ງ ແລະ ວໍຊິງຕັນ ຕ້ອງມີຄວາມດຸນດ່ຽງລະຫວ່າງສອງຝ່າຍ, ສະເໝີພາບ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ.

ຄຳຖະແຫຼງຂອງທ່ານ ລູກາງ ຖືກຍົກອອກເພື່ອແນໃສ່ໂຕ້ຕອບບັນດາຂ່າວຄາວຊຶ່ງສື່ມວນຊົນໄດ້ລົງຂ່າວວ່າທ່ານ Donald Trump ປະທານາທິບໍດີ ອາເມລິກາ ຢັ້ງຢືນຈະບໍ່ມີບໍ່ວ່າຂໍ້ຕົກລົງໃດໆທີ່ ມີ ອັດຕາສ່ວນ 50 – 50 ລະຫວ່າງ ອາເມລິກາ ແລະ ຈີນ ແລະ ມັນຕ້ອງນຳມາເຊິ່ງຜົນປະໂຫຍດໃຫ້ແກ່ ອາເມລິກາຫຼາຍກ່ວາ ຍ້ອນບັນດາການກະທຳທາງການຄ້າກ່ອນນີ້ຂອງ ຈີນ.

ທ່ານ ລູກາງ ຖືວ່າ ຈະບໍ່ມີວິທະຍາສາດ ແລະ ບໍ່ເປັນມືອາຊີບແທ້ໆເມື່ອຄິດຢ່າງງ່າຍດາຍວ່າ ປະເທດ ອາເມລິກາ ຖືກເສຍຜົນປະໂຫຍດໃນການພົວພັນການຄ້າກັບຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ