ຈີນ ຕຳໜິຕິຕຽນນະໂຍບາຍຂອງ ອາເມລິກາ “ກໍ່ການຮ້າຍດ້ານຈິດຕະສາດ” ໃນການຄ້າ

(VOVWORLD) - ວັນທີ 19 ກໍລະກົດ, ກະຊວງການຄ້າ ຈີນ ຢືນຢັນວ່າ: ເລື່ອງ ອາເມລິກາ ຖືວ່າ: ປັກກິ່ງ ຕ້ອງຮັບຜິດຊອບຕໍ່ໝາກຜົນການເຈລະຈາການຄ້າລະຫວ່າງ ອາເມລິກາ - ຈີນ ຖືກປະລາໄຊ ແມ່ນ “ບໍ່ມີຄວາມຊັດເຈນ”, ຍ້ອນວໍຊິງຕັນ ເອງເປັນຝ່າຍ “ປິດປະຕູ” ການເຈລະຈາ.
ຈີນ ຕຳໜິຕິຕຽນນະໂຍບາຍຂອງ ອາເມລິກາ “ກໍ່ການຮ້າຍດ້ານຈິດຕະສາດ” ໃນການຄ້າ - ảnh 1  ທ່ານ ກາວແຟງ ໂຄສົກກະຊວງການຄ້າ ຈີນ (ພາບ: Kyodo/TTXVN )

ຕາມ ທ່ານ ກາວແຟງ ໂຄສົກກະຊວງການຄ້າ ຈີນ ແລ້ວ “ຖ້າຫາກຕິດຕາມການຜັນແປຂອງສະພາບການ ລ້ວນແຕ່ເຫັນໄດ້ວ່າ ອາເມລິກາ ບໍ່ຮັກສາຄຳໝັ້ນສັນຍາ ແລະ ປ່ຽນແປງຄຳຕັດສິນຂອງຕົນເປັນປະຈຳ, ວໍຊິງຕັນ ໄດ້ປິດປະຕູການເຈລະຈາ 2 ຝ່າຍ”. ທ່ານ ກາວແຟງ ຊີ້ແຈ້ງວ່າ: “ພວກຂ້າພະເຈົ້າໃສ່ໃຈວ່າ ອາເມລິກາ ພວມປະຕິບັດນະໂຍບາຍ “ກໍ່ການຮ້າຍດ້ານຈິດຕະສາດ” ໃນບັນຫາການຄ້າ ດ້ວຍການຈັດວາງອັດຕາພາສີສຳລັບທົ່ວໂລກ, ໃນຂະນະທີ່ຍັງຄົງສະແດງໃຫ້ເຫັນຄວາມຂັດໃຈ ແລະ (ຍົກອອກ) ບັນດາຄຳຖະແຫຼງວ່າ ອາເມລິກາ ບໍ່ມີການກະທຳຜິດ, ພະຍາຍາມຍູ້ທຸກຄວາມຮັບຜິດຊອບໃຫ້ບັນດາຝ່າຍອື່ນ”.

ຕອບກັບ

ຂ່າວ/ບົດ​ອື່ນ