ຈີນ, ສິງກະໂປ ເຫັນດີເປັນເອກະພາບສະໜັບສະໜູນລັດທິຫຼາຍຝ່າຍ ແລະ ການຄ້າເສລີ

(VOVWORLD) - ຖະແຫຼງການນີ້ໂດຍທ່ານ ຫວາງອີ, ກຳມະການລັດຖະບານ ທັງເປັນລັດຖະມົນຕີການຕ່າງປະເທດ ຈີນ ຍົກອອກມາໃນວັນທີ 1 ສິງຫາ

ຈີນ, ສິງກະໂປ ເຫັນດີເປັນເອກະພາບສະໜັບສະໜູນລັດທິຫຼາຍຝ່າຍ ແລະ ການຄ້າເສລີ - ảnh 1 ທ່ານ ຫວາງອີ ແລະ ທ່ານ Vivian Balakrishnan

(ພາບ: ສຳນັກຂ່າວສານຊິນຮວາ/ສຳນັກຂ່າວສານ ຫວຽດນາມ)

ຈີນ ພ້ອມແລ້ວທີ່ຈະຮ່ວມມືກັບ ສິງກະໂປ ເພື່ອສົ່ງສານຢ່າງຈະແຈ້ງກ່ຽວກັບການເຄົາລົບລັດທິຫຼາຍຝ່າຍ ກໍ່ຄືຄັດຄ້ານລັດທິຝ່າຍດຽວ ແລະ ລັດທິອາລັກຂາການຄ້າ. ຖະແຫຼງການນີ້ໂດຍທ່ານ ຫວາງອີ, ກຳມະການລັດຖະບານ ທັງເປັນລັດຖະມົນຕີການຕ່າງປະເທດ ຈີນ ຍົກອອກມາໃນວັນທີ 1 ສິງຫາ ໃນການພົບປະກັບຄູ່ຕຳແໜ່ງ ສິງກະໂປ Vivian Balakrishnan ຢູ່ປະເທດ ອາຊີຕາເວັນອອກສ່ຽງໃຕ້ນີ້.

        ທ່ານລັດຖະມົນຕີການຕ່າງປະເທດ ຫວາງອີ ໄດ້ຕີລາຄາຕັ້ງໜ້າບົດບາດຂອງ ສິງກະໂປ ໃນການຊຸກຍູ້ບັນດາການພົວພັນຄູ່ຮ່ວມມືລະຫວ່າງຈີນ ແລະ ສະມາຄົມບັນດາປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ດ້ວຍຖານະເປັນປະເທດປະສານງານໃນການພົວພັນ ຈີນ - ອາຊຽນ ໃນ 3 ປີຜ່ານມາ, ພ້ອມທັງຢັ້ງຢືນວ່າ: ຈີນ ຍາມໃດກໍ່ສະໜັບສະໜູນບົດບາດໃຈກາງຂອງ ອາຊຽນ ໃນວິວັດການຮ່ວມມືພາກພື້ນລະຫວ່າງ ອາຊີຕາເວັນອອກ ແລະ ອາຊຽນ.

        ສ່ວນທ່ານລັດຖະມົນຕີການຕ່າງປະເທດ Vivian ເຫັນດີເປັນເອກະພາບວ່າ 2 ປະເທດຢຶດໝັ້ນຕໍ່ສູ້ຕ້ານລັດທິຝ່າຍດຽວ ແລະ ອາລັກຂາການຄ້າ, ພ້ອມທັງຮັກສາລັດທິຫຼາຍຝ່າຍກໍ່ຄືການຄ້າເສລີ ແລະ ການເຊື່ອມໂຍງເສດຖະກິດພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ