ຈີນ ສະໜັບສະໜູນການ ເຈລະຈາ ລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ກ່ຽວກັບ ຖະແຫຼງການຢຸດຕິສົງຄາມ

(VOVWORLD) -ວັນທີ 25 ກັນຍາ, ກະຊວງການຕ່າງປະເທດ ຈີນ ໃຫ້ຮູ້ວ່າ ປັກກິ່ງ ສະໜັບສະໜູນບັນດາການປຶກສາຫາລືທີ່ພວມດໍາເນີນ ເພື່ອແນໃສ່ຊອກຫາຖະແຫຼງການຢຸດຕິສົງຄາມ ສປປ.ເກົາຫຼີ 1950 – 1953 ຢ່າງເປັນທາງການ, ພ້ອມທັງຢັ້ງຢືນວ່າ ຈີນ ຈະຕັ້ງໜ້າເຂົ້າຮ່ວມການຊຸກຍູ້ລົງນາມຂໍ້ຕົກລົງດັ່ງກ່າວ. 

ຈີນ ສະໜັບສະໜູນການ ເຈລະຈາ ລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ກ່ຽວກັບ ຖະແຫຼງການຢຸດຕິສົງຄາມ - ảnh 1 ທ່ານ  ຢັ໊ງສວາງ ໂຄສົກກະຊວງການຕ່າງປະເທດຈີນ

ກ່າວຄໍາເຫັນທີ່ການປະຊຸມຂ່າວ, ທ່ານ  ຢັ໊ງສວາງ ໂຄສົກກະຊວງການຕ່າງປະເທດ ຈີນ ໃຫ້ຮູ້ວ່າ ຈີນ ສະໜັບສະໜູນບັນດາຄວາມມານະພະຍາຍາມຂອງ ອາເມລິກາ ແລະ ສປປ.ເກົາຫຼີ ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຊຸກຍູ້ວິວັດການສ້າງແຫຼມເກົາຫຼີປອດນິວເຄຼຍ. ໂດຍເປັນຝ່າຍໜຶ່ງທີ່ເຂົ້າຮ່ວມສັນຍາຢຸດສົງຄາມ, ຈີນ ຈະສວມບົດບາດຕັ້ງໜ້າເຂົ້າໃນການກໍ່ສ້າງສັນຕິພາບແບບຍາວນານຢູ່ແຫຼມເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ