ຈີນ ແລະ ອີຣານ ຄັດຄ້ານຢ່າງແຮງຕໍ່ບົດລາຍງານກ່ຽວກັບຄວາມເສລີໃນການເຄື່ອນໄຫວສາສະໜາຂອງ ອາເມລິກາ

(VOVWORLD) - ວັນທີ 16 ສິງຫາ, ໂຄສົກກະຊວງການຕ່າງປະເທດ ຈີນ ທ່ານນາງ ຄວາຈວນຢີ໋ງ ເນັ້ນໜັກວ່າ ຈີນ ຄັດຄ້ານຢ່າງແຮງບັນດາການຕີລາຄາທີ່ບໍ່ສອດຄ່ອງໃນບົດລາຍງານຂອງ ອາເມລິກາ ກ່ຽວກັບສະພາບຄວາມເສລີໃນການເຄື່ອນໄຫວສາສະໜາຢູ່ ຈີນ. 
ຈີນ ແລະ ອີຣານ ຄັດຄ້ານຢ່າງແຮງຕໍ່ບົດລາຍງານກ່ຽວກັບຄວາມເສລີໃນການເຄື່ອນໄຫວສາສະໜາຂອງ ອາເມລິກາ - ảnh 1 ໂຄສົກກະຊວງການຕ່າງປະເທດ ຈີນ ທ່ານນາງ ຄວາຈວນຢີ໋ງ (ພາບ: Kyodo/TTXVN)

ໂຄສົກ ຄວາຈວນຢີ໋ງ ຖືວ່າ: ບົດລາຍງານຂອງ ອາເມລິກາ ໄດ້ເມີນເສີຍຕໍ່ຄວາມເປັນຈິງກ່ຽວກັບຄວາມເສລີໃນການເຄື່ອນໄຫວສາສະໜາຢູ່ ຈີນ ແລະ ຮຽກຮ້ອງໃຫ້ ວໍຊິງຕັນ ຕ້ອງເຄົາລົບນັບຖືຄວາມຈິງ, ຢຸດຕິການນຳໃຊ້ຄັນຕາລະບັດດ້ານສາສະໜາ ເພື່ອແຊກແຊງເຂົ້າວຽກງານພາຍໃນຂອງປະເທດອື່ນໆ.

        ແລະກໍ່ໃນວັນດຽວກັນ, ໂຄສົກກະຊວງການຕ່າງປະເທດ ອີຣານ Bahram Ghasemi ຖະແຫຼງວ່າ ອີຣານ ຖືບົດລາຍງານຂອງ ອາເມລິກາ ແມ່ນ “ບົດລາຍງານຂາດຄວາມຈິງ, ບໍ່ມີຫລັກຖານ, ບໍ່ມີພື້ນຖານ ແລະ ອະຄະຕິ, ຊຶ່ງພຽງແຕ່ປະຕິບັດດ້ວຍຈຸດປະສົງ ເພື່ອບັນລຸໄດ້ຜົນປະໂຫຍດດ້ານການເມືອງ”. ຕາມໂຄສົກ Bahram Ghasemi ແລ້ວ, ວໍຊິງຕັນ ຄວນເອົາໃຈໃສ່ເປັນພິເສດເຖິງປານປັບປຸງສະພາບການຈຳແນກການປະພຶດຂອງຕົນ, ພິເສດແມ່ນສຳລັບຊາວມຸດສະລິມຢູ່ປະເທດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ