ຈີນ ແລະ ອາ​ເມ​ລິ​ກາ ມາ​ນະ​ພະ​ຍາ​ຍາມ​ນຳ​ການ​ພົວ​ພັນ​ສອງ​ຝ່າຍ​ພັດ​ທະ​ນາ​ໃຫ້​ຖືກ​ທິດ ແລະ ເປັນ​ປົກ​ກະ​ຕິ

(VOVWORLD) -ທ່ານ ຢາງເຈຍຊຶ ຖືວ່າ, ເລື່ອງ ຈີນ ແລະ ອາເມລິກາ ແກ້ໄຂບັນຫາການພົວພັນສອງຝ່າຍໃຫ້ເປັນຢ່າງດີ ຈະ ສ້າງຜົນກະທົບທີ່ດີຕໍ່ຜົນປະໂຫຍດຂອງສອງປະເທດ ແລະ ສອງຊາດ, ກໍ່ຄືອະນາຄົດ ແລະ ຊາຕາກຳຂອງໂລກ. ທ່ານຢາງເຈຍຊຶ ກໍ່ຕີລາຄາສູງບັນດາຖະແຫຼງການທີ່ຕັ້ງໜ້າ ຫວ່າງມໍ່ໆມານີ້ ຂອງ ທ່ານປະທານາທິບໍດີ ອາເມລິກາ Biden ກ່ຽວກັບການພົວພັນ ຈີນ - ອາເມລິກາ
ຈີນ ແລະ ອາ​ເມ​ລິ​ກາ ມາ​ນະ​ພະ​ຍາ​ຍາມ​ນຳ​ການ​ພົວ​ພັນ​ສອງ​ຝ່າຍ​ພັດ​ທະ​ນາ​ໃຫ້​ຖືກ​ທິດ ແລະ ເປັນ​ປົກ​ກະ​ຕິ - ảnh 1ທ່ານຫົວໜ້າຫ້ອງການຄະນະກຳມະການວຽກງານການຕ່າງປະເທດ ສູນກາງ ຈີນ ຢາງເຈຍຊຶ (ພາບ:  AFP)

ວັນທີ 6 ຕຸລາ, ທ່ານຫົວໜ້າຫ້ອງການຄະນະກຳມະການວຽກງານການຕ່າງປະເທດ ສູນກາງ ຈີນ ຢາງເຈຍຊຶ ໄດ້ມີການພົບປະກັບທ່ານ Jake Sullivan ທີ່ປຶກສາຄວາມໝັ້ນຄົງແຫ່ງຊາດ ອາເມລິກາ ຢູ່ Zurich, ປະເທດ ສະວິດ ດ້ວຍຄວາມມານະພະຍາຍາມຊອກຫາມາດຕະການເພື່ອແນໃສ່ຟື້ນຟູການພົວພັນລະຫວ່າງສອງຝ່າຍ.

ທີ່ການພົບປະ, ສອງຝ່າຍໄດ້ແລກປ່ຽນທັດສະນະຢ່າງຮອບດ້ານ, ກົງໄປກົງມາ, ເລິກເຊິ່ງກ່ຽວກັບການພົວພັນລະຫວ່າງ ຈີນ - ອາເມລິກາ ແລະ ບັນດາບັນຫາສາກົນ, ພາກພື້ນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ສອງຝ່າຍໄດ້ເຫັນດີເປັນເອກະພາບມີການກະທຳ ເພື່ອປະຕິບັດເນື້ອໃນຈິດໃຈຂອງຄຳຮຽກຮ້ອງ ລະຫວ່າງ ປະມຸກລັດສອງປະເທດ ຈີນ ແລະ ອາເມລິກາ ໃນວັນທີ 10 ກັນຍາ, ຄຸ້ມຄອງຄວາມແຕກຕ່າງກັນຢ່າງຖືກຕ້ອງ, ຫຼີກລ້ຽງການປະທະກັນ ແລະ ສູ້ຢັນກັນ, ພ້ອມກັນຮ່ວມມືເພື່ອຜົນປະໂຫຍດ ແລະ ມານະພະຍາຍາມຊຸກຍູ້ການພົວພັນ ຈີນ - ອາເມລິກາ ໃຫ້ກັບຄືນຖືກທິດ ແລະ ພັດທະນາຢ່າງປອດໄສ, ມີສະຖຽນລະພາບ, ເຫັນດີເປັນເອກະພາບໃນການຮັກສາການເຈລະຈາ ແລະ ຕິດຕໍພົວພັນກ່ຽວກັບບັນດາບັນຫາສຳຄັນ ຢ່າງເປັນປົກກະຕິ.

ທ່ານ ຢາງເຈຍຊຶ ຖືວ່າ, ເລື່ອງ ຈີນ ແລະ ອາເມລິກາ ແກ້ໄຂບັນຫາການພົວພັນສອງຝ່າຍໃຫ້ເປັນຢ່າງດີ ຈະ ສ້າງຜົນກະທົບທີ່ດີຕໍ່ຜົນປະໂຫຍດຂອງສອງປະເທດ ແລະ ສອງຊາດ, ກໍ່ຄືອະນາຄົດ ແລະ ຊາຕາກຳຂອງໂລກ. ທ່ານຢາງເຈຍຊຶ ກໍ່ຕີລາຄາສູງບັນດາຖະແຫຼງການທີ່ຕັ້ງໜ້າ ຫວ່າງມໍ່ໆມານີ້ ຂອງ ທ່ານປະທານາທິບໍດີ ອາເມລິກາ Biden ກ່ຽວກັບການພົວພັນ ຈີນ - ອາເມລິກາ, ພ້ອມທັງຍົກໃຫ້ເຫັນທັດສະນະຂອງ ຈີນຢ່າງຈະແຈ້ງ ກ່ຽວກັບບັນດາບັນຫາ ທີ່ກ່ຽວຂ້ອງເຖິງ ໄຕ້ຫວັນ, ຮົ່ງກົງ, ຊີນແຈງ, ຊີຈາງ, ສິດທິມະນຸດ, ພ້ອມທັງຮຽກຮ້ອງໃຫ້ ອາເມລິກາ ເຄົາລົບອະທິປະໄຕ, ຜົນປະໂຫຍດຄວາມໝັ້ນຄົງໃນການພັດທະນາ ແລະ ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງຈີນ.

ນັກຂ່າວ VOV ປະຈຳ ຈີນ

ຕອບກັບ

ຂ່າວ/ບົດ​ອື່ນ