ຈີນຢືນຢັນຄືນໃໝ່ການໃຫ້ບຸລິມະສິດການພົວພັນຮອບດ້ານກັບຫວຽດນາມ

(VOVWORLD) -ຈີນ ຍາມໃດ ກໍ່ໃຫ້ບຸລິມະສິດແຖວໜ້າການພົວພັນຕ່າງປະເທດຖານບ້ານໃກ້ເຮືອນຄຽງລະຫວ່າງ ຈີນ-ຫວຽດນາມ
ຈີນຢືນຢັນຄືນໃໝ່ການໃຫ້ບຸລິມະສິດການພົວພັນຮອບດ້ານກັບຫວຽດນາມ - ảnh 1(ທ່ານລັດຖະມົນຕີການຕ່າງປະເທດຈີນ ຫວາງອີ ມາຢ້ຽມຢາມຫວຽດນາມ)

ວັນທີ 13 ກັນຍາ, ກະຊວງການຕ່າງປະເທດຈີນ ໄດ້ຢືນຢັນອີກຄັ້ງໜຶ່ງເລື່ອງຖືການພົວພັນກັບຫວຽດນາມ ເປັນສຳຄັນເມື່ອເຕື້ອງເຖິງໝາກຜົນການມາຢ້ຽມຢາມຫວຽດນາມ ຂອງທ່ານລັດຖະມົນຕີການຕ່າງປະເທດຈີນ ຫວາງອີ ຫວ່າງແລ້ວນີ້. ໂຄສົກກະຊວງການຕ່າງປະເທດຈີນ ທ່ານ ແຈ້ວຫຼີຈຽນ ເນັ້ນໜັກວ່າ: ຈີນ ຍາມໃດ ກໍ່ໃຫ້ບຸລິມະສິດແຖວໜ້າການພົວພັນຕ່າງປະເທດຖານບ້ານໃກ້ເຮືອນຄຽງລະຫວ່າງ ຈີນ-ຫວຽດນາມ, ພ້ອມແລ້ວຈະຮ່ວມມືພ້ອມກັບຫວຽດນາມ ຮັກສາທ່າພັດທະນາຢ່າງປອດໄສ, ມີສະຖຽນລະພາບ ແລະ ຮອບດ້ານຂອງການພົວພັນລະຫວ່າງ 2 ປະເທດ. ຈີນ ພ້ອມແລ້ວທີ່ຈະພ້ອມກັບຫວຽດນາມ ຢຶດໝັ້ນຊຸກຍູ້ກອບການຮ່ວມມືພາກພື້ນ ຖືອາຊຽນ ເປັນໃຈກາງ, ຍູ້ໄວການຮ່ວມມືເຊື່ອມຕໍ່ລະຫວ່າງຂໍ້ລິເລີ່ມ “ໜຶ່ງແລວທາງ ແລະ ໜຶ່ງເສັ້ນທາງ”, ໃຫ້ສັດຕະຍາບັນ “ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ” (RCEP) ໂດຍໄວ, ຕັ້ງໜ້າຊຸກຍູ້ການປຶກສາຫາລືກ່ຽວກັບກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC), ພ້ອມກັບຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ.

ຕອບກັບ

ຂ່າວ/ບົດ​ອື່ນ