ຊຸກຍູ້ການປັບປຸງສາຍພົວພັນ ລັດເຊຍ - ອີຢູ

(VOVWORLD) - ເຖິງວ່າ ອີຢູ ແລະ ລັດເຊຍ ບໍ່ມີທັດສະນະລວມໃນທຸກໆບັນຫາ, ແຕ່ສິ່ງສຳຄັນແມ່ນສອງຝ່າຍລ້ວນແຕ່ປາດຖະໜາຢາກເຈລະຈາ ແລະ ຮ່ວມມືໃນບໍ່ວ່າຂົງເຂດໃດໆ

ຊຸກຍູ້ການປັບປຸງສາຍພົວພັນ ລັດເຊຍ - ອີຢູ - ảnh 1ທ່ານ Sergei Lavrov ແລະ ທ່ານນາງ Federica Moghenrini

(ພາບ: armenianow.com)

ວັນທີ 11 ກໍລະກົດ, ຢູ່ ບຣຸກແຊນ, ປະເທດ ແບນຊິກ, ທ່ານນາງ Federica Moghenrini, ຜູ້ຕາງໜ້າຂັ້ນສູງຮັບຜິດຊອບນະໂຍບາຍປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດຂອງ ສະຫະພາບເອີລົບ (ອີຢູ) ແລະ ທ່ານ Sergei Lavrov, ລັດຖະມົນຕີການຕ່າງປະເທດ ລັດເຊຍ ໄດ້ດຳເນີນການປຶກສາຫາລື ກ່ຽວກັບແງ່ຫວັງຮ່ວມມືລະຫວ່າງ 2 ຝ່າຍກໍ່ຄືບັນດາບັນຫາສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ໃນການປະຊຸມຂ່າວຮ່ວມພາຍຫຼັງການພົບປະ, ທ່ານນາງ Federica Moghenrini ຢືນຢັນວ່າ: ເຖິງວ່າ ອີຢູ ແລະ ລັດເຊຍ ບໍ່ມີທັດສະນະລວມໃນທຸກໆບັນຫາ, ແຕ່ສິ່ງສຳຄັນແມ່ນສອງຝ່າຍລ້ວນແຕ່ປາດຖະໜາຢາກເຈລະຈາ ແລະ ຮ່ວມມືໃນບໍ່ວ່າຂົງເຂດໃດໆ, ແລະ ປະຈຸບັນ, 2 ຝ່າຍກໍ່ກຳນົດໄດ້ບັນດາຂົງເຂດທີ່ມີຄວາມຕ້ອງມີການຮ່ວມມື. ສອງຝ່າຍກໍ່ເຕື້ອງເຖິງບັ້ນຮົບຢູ່ ຊີຣີ ແລະ ຂໍ້ຕົກລົງຢຸດຍິງຢູ່ພາກໃຕ້ປະເທດ ຈໍ້ແດນໂດຍລັດເຊຍ, ອາເມລິກາ ແລະ ຈໍ້ແດນ ອຸປະຖຳ. ຕາມທ່ານນາງ Federica Moghenrini ແລ້ວ, ອີຢູ ຖືຂໍ້ຕົກລົງຢຸດຍິງຢູ່ ຊີຣີ ແມ່ນບາດກ້າວເລີ່ມຕົ້ນສຳຄັນມຸ່ງໄປເຖິງຄຳສັ່ງຢຸດຍິງໃນທົ່ວປະເທດ ຊີຣີ. ສ່ວນທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ກໍ່ຢືນຢັນວ່າ ມົດສະກູ ຮັບຮູ້ແຈ້ງບັນດາການປະກອບສ່ວນຂອງ ອີຢູ, ແຕ່ເຖິງຢ່າງໃດກໍ່ຕາມ, ທ່ານຖືວ່າ: ຕ້ອງພິຈາລະນາບັນດາຜົນກະທົບຂອງຄຳສັ່ງລົງໂທດ ໂດຍອີຢູ ແລະ ອາເມລິກາ ຈັດວາງເພື່ອຕ້ານຄືນອຳນາດການປົກຄອງ Damascus. ນອກຈາກບັນຫາຊີຣີ, ສອງຝ່າຍກໍ່ປຶກສາຫາລືກ່ຽວກັບວິກິດການຢູ່ ລີບີ, ບັນດາການຜັນແປເຄັ່ງຕຶງຢູ່ເຂດ ອ່າຍ ເປີເຊຍ, ວິວັດການສັນຕິພາບຢູ່ ຕາເວັນອອກກາງ, ບັນດາການຜັນແປໃໝ່ຢູ່ແຫຼມ ເກົາຫຼີ ແລະ ສະພາບການຢູ່ ຢູແກຼນ.

ຕອບກັບ

ຂ່າວ/ບົດ​ອື່ນ