ຊຸກຍູ້ການພົວພັນ ແລກປ່ຽນດ້ານການຄ້າ ລະຫວ່າງ ຫວຽດນາມ - ອີນເດຍ

ຊຸກຍູ້ການພົວພັນ ແລກປ່ຽນດ້ານການຄ້າ ລະຫວ່າງ ຫວຽດນາມ - ອີນເດຍ - ảnh 1
(ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດອີນ​ເດຍ ປະຈຳ​ຫວຽດນາມ Preeti Saran)

(vovworld) -     ກ່າວ​ຄຳ​ເຫັນ​ທີ່ການ​ພົວພັນແລກປ່ຽນດ້ານ​ການ​ຄ້າ​ລະຫວ່າງ​ຫວຽດນາມ - ອີນ​ເດຍ ດ້ວຍ​ຫົວ​ຂໍ້​ວ່າ “ຕ້ອນຮັບ​ບຸນປີ​ໃໝ່ ປີ​ມະ​ເມຍ 2014 ​ຢ່າງ​ເບີກບານ​ມ່ວນ​ຊື່ນ”, ຕອນ​ຄໍ່າ​ວັນ​ທີ 22/01, ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດອີນ​ເດຍ ປະຈຳ​ຫວຽດນາມ Preeti Saran ປາດ​ຖະໜາ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ຫວຽດນາມ - ອີນ​ເດຍ ສືບ​ຕໍ່​ໄດ້​ຮັບ​ການ​ປັບປຸງ ​ແລະ ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ຢ່າງ​ແຮງ​ກວ່າ​.

        ທ່ານ​ປະທານ​ຫ້ອງການ​ການ​ຄ້າ​ອີນ​ເດຍ ປະຈຳ​ຫວຽດນາມ Harish Taparia ​ໃຫ້​ຮູ້​ວ່າ, ການ​ພົວພັນ​ດ້ານ​ການ​ຄ້າ​ລະຫສ່າ​ງ 2 ປະ​ເທດ​ໃນ​ປີ 2013 ​ບັນລຸ​ລະດັບ​ເຕີບ​ໂຕ​ຢ່າງສູງ, ວົງ​ເງິນ​ການ​ຄ້າ 2 ສົ້ນ​​ເພີ່ມ​ຂຶ້ນປະທານ 33% ​ເມື່ອ​ທຽບ​ໃສ່​ປີ 2012. ການ​ເຄື່ອນ​ໄຫວ​ລົງທຶນ, ດຳ​ເນີນ​ທຸລະ​ກິດ​ຂອງ​ວິ​ສາ​ຫະກິດ 2 ປະ​ເທດ​ກໍ່​ເພີ່ມ​ຂຶ້ນ​ຢ່າງ​ແຮງ, ​ໂດຍ​ສຸມ​ໃສ່​ບັນດາ​ຜະລິດ​ຕະພັນ​ຄື: ຊາ, ຢຸກຢາ, ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ, ພະລັງ​ງານ, ຂຸດ​ຄົ້ນ​ແຮ່​ທາດ. 2 ປະ​ເທດ​ສູ້​ຊົນ​ນຳ​ວົງ​ເງິນ​ການ​ຄ້າ 2 ສົ້ນ​ບັນລຸ 15 ຕື້ USD ​ໃນ​ປີ 2020.

ຂ່າວ/ບົດ​ອື່ນ