ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສິງກະໂປ

(VOVWORLD) - ຕອນເຊົ້າວັນທີ 22 ມີນາ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ເຈືອງຮ່ວາບີງ ໄດ້ພົບປະເຈລະຈາກັບທ່ານຮອງນາຍົກລັດຖະມົນຕີ ສິງກະໂປ ແຊວຈູຊ໊ຽນ ພວມມີການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.
ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສິງກະໂປ - ảnh 1 ທີ່ການພົບປະເຈລະຈາ (ພາບ: TTXVN)

ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ໃຫ້ຮູ້ວ່າ: ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສິງກະໂປ ສືບຕໍ່ພັດທະນາຢ່າງຕັ້ງໜ້າ ແລະ ແທດຈິງໃນຊຸມປີຜ່ານມາ. ພິເສດແມ່ນການຮ່ວມມືເສດຖະກິດ, ການຄ້າ ແລະ ການລົງທຶນ. ປີ 2018, ວົງເງິນການຄ້າ 2 ຝ່າຍບັນລຸໄດ້ 7,66 ຕື້ USD, ນຳ ສິງກະໂປ ກາຍເປັນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 4 ຂອງ ຫວຽດນາມ ໃນອາຊຽນ ແລະ ແມ່ນນັກລົງທຶນຕ່າງປະເທດໃຫຍ່ອັນດັບທີ 3 ຢູ່ ຫວຽດນາມ ດ້ວຍຍອດຈຳນວນເງິນລົງທຶນຂຶ້ນເຖິງ 48 ຕື້ USD. ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ສະເໜີໃຫ້ 2 ຝ່າຍຈົ່ງຮັກສາບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ ແລະ ການພົບປະຂັ້ນສູງ ແລະ ຂັ້ນຕ່າງໆໃນທຸກຂົງເຂດເປັນປະຈຳ.

        ສ່ວນທ່ານຮອງນາຍົກລັດຖະມົນຕີ ສິງກະໂປ ແຊວຈູຊ໊ຽນ ໃຫ້ຮູ້ວ່າ: ຈຸດປະສົງຂອງການຢ້ຽມຢາມຄັ້ງນີ້ ແມ່ນຍູ້ແຮງການພົວພັນລະຫວ່າງ ສິງກະໂປ ແລະ ຫວຽດນາມ ກ່ວາອີກ. ສິງກະໂປ ຈະສ້າງບັນດາຂໍ້ລິເລີ່ມໃໝ່, ໃນນັ້ນ ມີການຮ່ວມແຮງຮ່ວມໃຈຂອງ ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ແຊວຈູຊ໊ຽນ ຖືວ່າ: ທັງ 2 ຝ່າຍລ້ວນແຕ່ມີຄວາມໄວ້ເນື້ອເຊື່ອໃຈຕໍ່ການພັດທະນາປະຊາຄົມ ອາຊຽນ ທີ່ເຕີບໃຫຍ່ໃຫຍ່ເຂັ້ມແຂງ, ປາດຖະໜາຢາກເປີດກ້ວາງການພົວພັນກັບຄູ່ຮ່ວມມືຢູ່ພາຍນອກ ອາຊຽນ.

ແລະກໍ່ໃນຕອນບ່າຍວັນທີ 22 ມີນາ, ທີ່ຫ້ອງວ່າການສູນກາງພັກຄອມມູນິດ ຫວຽດນາມ, ທ່ານ ຫວໍວັນເຖືອງ ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງລັດຖະບານ ສິງກະໂປ ໂດຍທ່ານຮອງນາຍົກລັດຖະມົນຕີ ແຊວຈູຊ໊ຽນ ນຳໜ້າ. ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ຫວໍວັນເຖືອງ ໄດ້ຕີລາຄາການພົວພັນກັບ ສິງກະໂປ ແມ່ນໜຶ່ງໃນບັນດາການພົວພັນຮ່ວມມືຢ່າງມີປະສິດທິຜົນຂອງ ຫວຽດນາມ, ເປັນຕົ້ນແມ່ນໃນວຽກງານບຳລຸງສ້າງພະນັກງານ, ແບ່ງປັນບົດຮຽນໃນການຊີ້ນຳນຳພາ ແລະ ການຄຸ້ມຄອງ.

ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສິງກະໂປ - ảnh 2 ທ່ານ ຫວໍວັນເຖືອງ ໄດ້ໃຫ້ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ ສິງກະໂປ ແຊວຈູຊ໊ຽນ (ພາບ: TTXVN)

        ສ່ວນທ່ານຮອງນາຍົກລັດຖະມົນຕີ ສິງກະໂປ ແຊວຈູຊ໊ຽນ ຖືວ່າ: ຫວຽດນາມ ແລະ ສິງກະໂປ ອາດຈະຮ່ວມເດີນທາງ ແລະ ແບ່ງປັນບົດຮຽນຫລາຍຢ່າງໃນວິວັດການພັດທະນາ ແລະ ເຊື່ອມໂຍງເຂົ້າກັບສາກົນ.

  ແລະກໍ່ໃນຕອນບ່າຍວັນທີ 22 ມີນາ, ທີ່ສຳນັກງານລັດຖະບານ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ ແຊວຈູຊ໊ຽນ.

ຕອບກັບ

ຂ່າວ/ບົດ​ອື່ນ