ຊຸກຍູ້ການພົວພັນມິດຕະພາບລະຫວ່າງກອງທັບບັນດາປະເທດອາຊຽນ

ຊຸກຍູ້ການພົວພັນມິດຕະພາບລະຫວ່າງກອງທັບບັນດາປະເທດອາຊຽນ - ảnh 1
​ທ່ານ ພົ​ນ​ເອກ ໂດ້​ບ໋າ​ຕິ້
(ພາບ​ປະ​ກອບ: TTXVN)


(vovworld) –​ ​ ​​​ຄະ​ນະ​ຜູ້​ແທນ​ການ​ທະ​ຫານ​ຂັ້ນ​ສູງກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ ໂດຍ​ທ່ານ ພົ​ນ​ເອກ ໂດ້​ບ໋າ​ຕິ້, ຫົວ​ໜ້າ​ເສ​ນາ​ທິ​ການ​ໃຫຍ່ ນຳ​ໜ້າ, ໄດ້​ເຂົ້າ​ຮ່ວມກອງ​ປ​ະ​ຊຸມບໍ່​ເປັນ​ທາງ​ການ ຜູ້​ບັນ​ຊາ​ການ​ທະ​ຫານ​ກຳ​ລັງ​ປ້ອງ​ກັນ​ປະ​ເທດ​ບັນ​ດາ​ປະ​ເທດ​ອາ​ຊຽນ ຄັ້ງ​ທີ 13 (ACDFIM - 13) - ລາວ 2016, ເຊິ່ງ​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 13 – 15/03 ຢູ່​ນະ​ຄອນ​ຫຼວງວຽງ​ຈັນ, ປະ​ເທດ​ບາວ. ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ນີ້, ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ສືບ​ຕໍ່​ຢືນ​ຢັນ​ບົດ​ບາດ ແລະ ທີ່​ຕັ້ງ​ຂອງ​ຫວຽດ​ນາມ ສຳ​ລັບ​ພ​າກ​ພື້ນ ແລະ ສາ​ກົນ ຜ່ານ​ການ​ເຄື່ອນ​ໄຫວຢ​ູ່​ບັນ​ດາ​ເວ​ທີ​ປາ​ໄສ​ຫຼາຍ​ຝ່າຍ​ກ່ຽວ​ກັບ​ການ​ທະ​ຫານ - ປ້ອງ​ກັນ​ຊາດ ເພືຶ່ອ​ແນ​ໃສ່​ປະ​ກອບ​ສ່ວນ​ຢື​ນ​ຢັນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ, ຫຼາຍ​ຝ່າຍ ແລະ ແຜນ​ນະ​ໂຍ​ບາຍ​​ຕັ້ງ​ໜ້າ, ເປັນ​ເຈົ້າ​ການ, ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ພັກ ແລະ ລັດ​ຫວຽດ​ນາມ ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ. ຜ່ານນັ້ນ, ສະ​ແດງ​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່​ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ ກັບ​ກອງ​ທັບ​ບັນ​ດາ​ປະ​ເທດ​ອາ​ຊຽນ, ມຸ່ງ​ໄປ​ເຖິງ​ການ​ຫັນ​ບັນ​ດາ​ຄາດ​ໝາຍ​ຂອງ​ປະ​ຊາ​ຄົມ​ການ​ເມືອງ - ຄວາມ​​ໝັ້​ນ​ຄົງ​ອາ​ຊຽນ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ.

ຂ່າວ/ບົດ​ອື່ນ