ຊຸກຍູ້ການພົວພັນຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ກູບາ

(VOVWORLD) -ທ່ານປະທານຄະນະກໍາມະການສູນກາງ ແນວໂຮມປະເທດຊາດຫວຽດນາມ ເຈິ່ນແທງເໝິນ ໄດ້ມີການເຈລະຈາກັບຄະນະຜູ້ແທນຂັ້ນສູງຄະນະກໍາມະການປ້ອງກັນການປະຕິວັດກູບາ (CDR) ໂດຍທ່ານ Carlos Rafael Miranda Martinez, ປະທານຄະນະກໍາມະການປ້ອງກັນການປະຕິວັດກູບາ, ເປັນຫົວໜ້າຄະນະ, ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.
ຊຸກຍູ້ການພົວພັນຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ກູບາ - ảnh 1ທ່ານປະທານຄະນະກໍາມະການສູນກາງ ແນວໂຮມປະເທດຊາດຫວຽດນາມ ເຈິ່ນແທງເໝິນ ແລະ ທ່ານ Carlos Rafael Miranda Martinez, ປະທານຄະນະກໍາມະການປ້ອງກັນການປະຕິວັດກູບາ 

ຕອນບ່າຍວັນທີ 19 ສິງຫາ, ຢູ່ຮ່າໂນ້ຍ, ທ່ານປະທານຄະນະກໍາມະການສູນກາງ ແນວໂຮມປະເທດຊາດຫວຽດນາມ ເຈິ່ນແທງເໝິນ ໄດ້ມີການເຈລະຈາກັບຄະນະຜູ້ແທນຂັ້ນສູງຄະນະກໍາມະການປ້ອງກັນການປະຕິວັດກູບາ (CDR) ໂດຍທ່ານ Carlos Rafael Miranda Martinez, ປະທານຄະນະກໍາມະການປ້ອງກັນການປະຕິວັດກູບາ, ເປັນຫົວໜ້າຄະນະ, ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທີ່ການເຈລະຈາ, ທ່ານ ເຈິ່ນແທງເໝີນ ປາດຖະໜາວ່າ ສອງຝ່າຍຈະສືບຕໍ່ປະກອບສ່ວນເຂົ້າໃນການຍົກລະດັບການພົວພັນດ້ານການເມືອງ, ສອງປະເທດນັບມື້ນັບມີຄວາມສະໜິດຕິດພັນເລິກເຊິ່ງ, ແທດຈິງກວ່າເກົ່າ ໂດຍຜ່ານການເພີ່ມທະວີຄວາມສາມັກຄີລະຫວ່າງສອງພັກ, ສອງລັດ, ສອງອົງການຈັດຕັ້ງແນວໂຮມ ແລະ ບັນດາພາກສ່ວນອື່ນໆຂອງລະບົບການເມືອງ ກໍຄືປະຊາຊົນສອງປະເທດ. ພ້ອມດຽວກັນນັ້ນ, ສອງຝ່າຍກໍ່ຄວນເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະແດງທັດສະນະຕໍ່ບັນດາບັນຫາລວມ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ; ສະໜັບສະໜູນຜົນປະໂຫຍດຂອງແຕ່ລະປະເທດ ບົນພື້ນຖານກົດໝາຍສາກົນ ແລະ ກົດໝາຍຂອງແຕ່ລະປະເທດ; ສົມທົບກັນເປີດກວ້າງ, ເພີ່ມທະວີໄມຕີຈິດມິດຕະພາບ, ການຮ່ວມມືກັບບັນດາປະເທດໃນພາກພື້ນ ແລະ ໃນໂລກ. 

ຕອບກັບ

ຂ່າວ/ບົດ​ອື່ນ