ຊຸກຍູ້ການເຂົ້າຮ່ວມຂອງພະນັກງານຍິງໃນການປະຕິບັດຄາດໝາຍສະເໝີພາບລະຫວ່າງຍິງ-ຊາຍ

ຊຸກຍູ້ການເຂົ້າຮ່ວມຂອງພະນັກງານຍິງໃນການປະຕິບັດຄາດໝາຍສະເໝີພາບລະຫວ່າງຍິງ-ຊາຍ - ảnh 1
ກອງ​ປະຊຸ​ມສຳ​ມະ​ນາ
(ພາບ: congdoanvn.org.vn)


​​(vovworld) - ກອງ​ປະຊຸ​ມສຳ​ມະ​ນາ​ດ້ວຍ​ຫົວ​ຂໍ້​ວ່າ “ຊຸກ​ຍູ້​ການ​ເຂົ້າຮ່ວມ​ຂອງ​ພະນັກງານ​ຍິງ​ໃນ​ການຊີ້​ນຳ, ຄຸມ​ຄອງ, ປະຕິບັດ​ຄາດໝາຍ​ສະ​ເໝີ​ພາບ​ລະຫວ່າ​ງຍິງ-ຊາຍຂອງ​ອົງການ​ກຳມະບານ”, ​ໂດຍ​ສະຫະພັນ​​ໃຫຍ່​ແຮງ​ງານ​ຫວຽດນາມ ຈັດ​ຕັ້ງ​ໃນ​ວັນ​ທີ 21/07, ຢູ່​ຮ່າ​ໂນ້ຍ. ທີ່​ກອງ​ປະຊຸ​ມສຳ​ມະ​ນາ, ບັນດາ​ຜູ້​ແທນ​ໃຫ້​ຮູ​​້ວ່າ, ​ເພື່ອ​ປະຕິບັດ​ວຽກ​ງານ​ວາງ​ແຜນ​ພະນັກງານ, ​ໃນ​ນັ້ນ​ມີ​ການ​ວາງ​ແຜນ​ພະນັກງານ​ຍິງ, ຕ້ອງ​ສ້າງ​ຄວາມ​ເປັນ​ເອກະ​ພາບ​ໃນ​ລະບົບ​ການ​​ເມືອງ​ກ່ຽວ​ກັບ​ວຽກ​ງານ​ພະນັກງານ​ຍິງ. ພ້ອມ​ກັນ​ນັ້ນ, ບັນດາ​ສະມາຊິກ​ສະ​ເໜີວ່າ ຕ້ອງ​ເອົາ​ໃຈ​ໃສ່​ເຖິງການ​ກໍ່ສ້າງ ​ແລະ ປະຕິບັດ​ບັນດາ​ກົນ​ໄກ, ນະ​ໂຍບາຍ​ສະ​ເພາະ​ສຳ​ລັບ​ພະນັກ​ງານ​ຍິງ, ສ້າງ​ເງື່ອນ​ໄຂ​​ໃຫ້​ພະນັກງານ​ຍິງ​ປະຕິບັດ​ພາລະ​ໜ້າທີ່​ຂອງ​​ແມ່ນ​ຍິງ​ໃນ​ຄອບຄົວ​ເປັນ​ຢ່າງດີ. ມີ​ຜູ້​ແທນ​ຫຼາຍ​ຄົນ​ກໍ​ເນັ້ນ​ໜັກດຖິງ​ເລື່ອງ​ຍູ້​ແຮງການ​ໂຄສະນາ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄວາມ​ຮັບ​ຮູ້, ທັດສະນະ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ - ຊາຍ ​ແລະ ວຽກ​ງານ​ພະນັກງາ​ນຍິງ​ທຸກ​ຂັ້ນ, ອຳນາດ​ການ​ປົກຄອງ, ໝູ່​ຄະນະ​ການ​ເມືອງ​ສັງຄົມ.

ຂ່າວ/ບົດ​ອື່ນ