ຊຸກຍູ້ນ້ຳໃຈມິດຕະພາບ,ການຮ່ວມມືລະຫວ່າງກອງທັບແລະປະຊາຊົນຫວຽດນາມ-ມາເລເຊຍ

ຊຸກຍູ້ນ້ຳໃຈມິດຕະພາບ,ການຮ່ວມມືລະຫວ່າງກອງທັບແລະປະຊາຊົນຫວຽດນາມ-ມາເລເຊຍ - ảnh 1
ພົນ​ເອກ Tan Sri Zulkifeli Bin Mohd Zin ແລະ ພົນ​ໂທ ໂດ໋​ບ໋າ​ຕິ
(ພາບ: qdnd.vn)

(vovworld) – ​​​ຕອ​ນ​ເຊົ້າ​ວັນ​ທີ 9/2, ທີ່​ສຳ​ນັກ​ງານ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ມາ​ເລ​ເຊຍ ໄດ້​ດຳ​ເນີນ​ພິ​ທີ​ຕ້ອນ​ຮັບ​ທາງ​ການ​ທ່ານ​ພົນ​ໂທ ໂດ໋​ບ໋າ​ຕິ, ເສ​ນາ​ທິ​ການ​ໃຫຍ່ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ, ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ການ​ທະ​ຫານ​ຂັ້​ນ​ສູງ ຫວຽດ​ນາມ, ໄປ​ຍັງ ມາ​ເລ​ເຊຍ ເຂົ້າ​ຮ່ວມກອງ​ປະ​ຊຸມບໍ່​ເປັນ​ທາງ​ການ ຜູ້​​ບັນຊາ​ກຳລັງ​ປ້ອງ​ກັນຊາ​ດບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ ຄັ້ງ​ທີ 12 (ACDFIM-12), ​ເຊິ່ງດຳ​ເນ​ີນ​ໄປ​ແຕ່​ວັນ​ທີ 8 – 11/2/2015. ທີ່​ການ​ເຈ​ລະ​ຈາ​ພາຍຫຼັງ​ພິ​ທີ​ຕ້ອນ​ຮັບ, ທ່ານ​ພົນ​ເອກ Tan Sri Zulkifeli Bin Mohd Zin, ຜູ້​ບັນ​ຊາ​ການ​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ ມາ​ເລ​ເຊຍ, ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ເລື່ອງ ຫວຽດ​ນາມ ແມ່ນ​ປະ​ເທດ​ທຳ​ອິດ​ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ຊອກ​ຫາ, ກູ້​ໄພ​ກູ້​ຊີບ​ເມື່ອ​ເຮືອ​ບິນ​ໝາຍ​ເລກ MH 370 ຂອງ​ບໍ​ລິ​ສັດ​ການ​ບິນ ມາ​ເລ​ເຊຍ ປະ​ສົບ​ເຄາະ​ຮ້າຍ​​ໃນ​ເດືອນ 3/2014, ຊ່ວຍ​ເຫຼືອ ມາ​ເລ​ເຊຍ ມີ​ຄວາມ​ຕັດ​ສິນ​ໃຈ​ຕື່ມ​ອີກ​ໃນ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​​ຈາກອຸ​ບັດ​ຕິ​ເຫ​ດ​ດັ່ງ​ກ່າວ. ສ່ວນ​ພ​ົນ​ໂທ ໂດ໋​ບ໋າ​ຕິ ສະ​ເໜີ​ໃຫ້ 2 ຝ່າຍ​ຄວນ​ສືບ​ຕໍ່​ຮ່ວມ​ມື​ໃນ​ທຸກໆ​ຂັ້ນ, ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​​ເຖິງການ​ຮ່ວມ​ມື​ກູ້​ໄພ​ກູ້​ຊີບ​ບົນ​ທະ​ເລ. ພົນ​ໂທ ໂດ໋​ບ໋າ​ຕິ ແລະ ພົນ​ເອກ Tan Sri Zulkifeli Bin Mohd Zin ເຫັນ​ດີ​ເປັ​ນ​ເອ​ກະ​ສັນ​ນຳ​ກັນ​ວ່າ: ໃນ​ໄລ​ຍະ​ຈະ​ມາ​ເຖິງ, 2 ຝ່າຍ​ຄວນ​ສືບ​ຕໍ່​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງກອງ​ທັບ 2 ປະ​ເທດ​ຕາມ​ຈິດ​ໃຈ​ຂອງ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ປ້ອ​ງ​ກັນ​ຄວາມ​ສະ​ຫງົບ​ເຊິ່ງ​ໄດ້​ຮັບ​ການ​ລົງ​ນາມ​ໃນ​ປີ 2008, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການສ້າງ​​ນ້ຳ​ໃຈ​ມິດ​ຕະ​ພາບ ຫວຽດ​ນາມ - ມາ​ເລ​ເຊຍ ແລະ ​ສ້າງ​ປະ​ຊາ​ຄົມ ອາ​ຊຽນ.

          ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ພົນ​ໂທ ໂດ໋​ບ໋າ​ຕິ, ໄດ້​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ມາ​ເລ​ເຊຍ Hishammuddin Hussein.


ຂ່າວ/ບົດ​ອື່ນ