ຊີຣີ ກ່າວປະນາມ ອາເມລິກາ ບໍ່ນັບຖືກົດໝາຍສາກົນ ແລະ ກົດບັດຂອງສະຫະປະຊາຊາດ

(VOVWORLD) -ກໍາລັງທະຫານປະສົມ ຕ້ານຄືນອົງການກໍ່ການຮ້າຍ IS  ໂດຍ ອາເມລິກາ ນໍາໜ້າ ສືບຕໍ່ບຸກໂຈມຕີທາງອາກາດ ເລ່ັ່ງໃສ່ສາມັນຊົນ ແລະ ບັນດາເປົ້າໝາຍພົນລະເຮືອນ ຢູ່ ຊີຣີ
ຊີຣີ ກ່າວປະນາມ ອາເມລິກາ ບໍ່ນັບຖືກົດໝາຍສາກົນ ແລະ ກົດບັດຂອງສະຫະປະຊາຊາດ - ảnh 1 ກະຊວງການຕ່າງປະເທດຊີຣີ (ພາບ: syria360.wordpress.com)

ເລື່ອງກໍາລັງທະຫານປະສົມ ຕ້ານຄືນອົງການກໍ່ການຮ້າຍ IS  ໂດຍ ອາເມລິກາ ນໍາໜ້າ ສືບຕໍ່ບຸກໂຈມຕີທາງອາກາດ ເລ່ັ່ງໃສ່ສາມັນຊົນ ແລະ ບັນດາເປົ້າໝາຍພົນລະເຮືອນ ຢູ່ ຊີຣີ ນັ້ນ ໄດ້ສະແດງໃຫ້ເຫັນວ່າ ກໍາລັງທະຫານປະສົມນີ້ ບໍ່ນັບຖືກົດໝາຍສາກົນ ກໍຄື ກົດບັດຂອງ ສປຊ.

        ນີ້ແມ່ນ ເນື້ອໃນຂອງ ຈົດໝາຍສອງສະບັບ ໂດຍກະຊວງການຕ່າງປະເທດ ຊີຣີ ໄດ້ສົ່ງເຖິງທ່ານເລຂາທິການ ສປຊ Antonio Guterres ແລະ ທ່ານ Francisco Antonia Cortorreal ປະທານໝູນວຽນສະພາຄວາມໝັ້ນຄົງ ສະຫະປະຊາຊາດ ໃນວັນທີ  05 ມັງກອນ. ໃນຈົດໝາຍດັ່ງກ່າວ, ກະຊວງການຕ່າງປະເທດ ຊີຣີ ຖືວ່າ ບັນດາໂທດກໍາຂອງທະຫານປະສົມ ອາເມລິກາ ເຊິ່ງຫຼ້າສຸດແມ່ນ ບັນດາເຫດການບຸກໂຈມຕີທາງອາກາດ ຢູ່ ເທດສະບານເມືອງ Al – Kishkiyah ແລະ al – Shaafah ແມ່ນພະຍານຫຼັກຖານສະແດງໃຫ້ເຫັນ ທະຫານປະສົມດັ່ງກ່າວ ພວມຊອກຫາວິທີສະໜັບສະໜູນ IS ແລະ ໜູນຊ່ວຍອົງການດັ່ງກ່າວຂະຫຍາຍຕົວ.


ຕອບກັບ

ຂ່າວ/ບົດ​ອື່ນ