ຊີຣີ ປະຕິເສດການ ເຈລະຈາໂດຍກົງ

ຊີຣີ ປະຕິເສດການ ເຈລະຈາໂດຍກົງ - ảnh 1
ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຊີຣີ Walid al Mouallem
(ພາບ: ibtimes.co.uk)


(vovworld) - ວັນ​ທີ 01/02, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຊີຣີ Walid al Mouallem ​ໄດ້​ຖະ​ແຫຼ​ງວ່າ, ຄະນະ​ຜູ້​ແທນ​ລັດ​ຖະບານຊີຣີ ປະຕິ​ເສດ​ບັນ​ດາ​ການ​ເຈລະຈາ​ໂດຍ​ກົງ​ກັບ​ອາ​ເມ​ລິ​ກາ​ ທີ່​ກອງ​ປະຊຸມ​ສາກົນກ່ຽວ​ກັບຊີ​ຣີ (ກອງ​ປະຊຸມ​ເຊີ​ແນວ 2) ກ່ຽວກັບ​ບັນດາ​ເນື້ອ​ໃນ​ຖະ​ແຫຼ​ງ​ໃນ​ບົດ​ກ່າວ​ປາ​ໄສ​ໄຂ​ກອງ​ປະ​ຊຸມ​ຂອງລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ. ຕາມ​ທ່ານ Mouallem ​ແລ້ວ, ​ໃນ​ບົດ​ກ່າວ​ປາ​ໄສ​ຂອງ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry ຖື​ວ່າ, ທ່ານ​ປະທານາທິບໍດີ​ຊີຣີ Bashar al Assad ຈະ​ບໍ່​ສວມ​ບົດບາດໃນ​ບໍ່​ວ່າ​ລັດຖະບານ​ຂ້າມ​ຜ່ານ​ໃດໆ​ຢູ່​ຊີຣີ. ທ່ານ Mouallem ກໍ່​ຢືນຢັນ, ສະພາ​ຊົນ​ຊາດ​ຊີຣີ ຄວນ​ປະລະ​ຄວາມ​ຄິດ​ທີ່ວ່າ ສິດ​ອຳນາດ​ຂອງ​ທ່ານ​ປະທານາທິບໍດີ Bashar al Assad ຈະ​ຖືກ​ຈຳກັດ​ພາຍຫຼັງ​ບັນດາ​ການ​ເຈລະຈາ​ສັນຕິພາບ. ຄາດ​ວ່າ, ຮອບ​ເຈລະຈາ​ຄັ້ງ​ທີ 2 ຈະ​ສືບ​ຕໍ່​ດຳ​ເນີນ​ໃນ​ວັນ​ທີ 10/02 ຈະ​ມາ​ເຖິງ. ປະ​ຈູ​ບັນ, ​ອາ​ເມ​ລິ​ກາ ປະຕິ​ເສດ​ບັນດາ​ຖະ​ແຫຼ​ງທີ່​ຖື​ວ່າ ນັກ​ການ​ທູດ​ຂອງ ອາ​ເມ​ລິ​ກາ ພວມ​ຊອກ​ຫາ​ການ​ເຈລະຈາ​ໂດຍ​ກົງ​ກັບ​ລັດຖະບານ​ຊີຣີ. ​ ທ່ານ Jen Psaki ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ ອາ​ເມ​ລິ​ກາ ​ໄດ້​ສະ​ເໜີ​ການ​ພົບ​ປະ​ກັບ​ບັນດາ​​ເຈົ້າ​ໜ້າ​ທີ່​ຊີຣີ ​ໃນຂັ້ນ​ນັກວິຊາການ ຜ່ານ​ສະຫະ​ປະຊາ​ຊາດ ​ໃນ​ຂະນະ​ທີ່​ການ​ເຈລະຈາ​ຢູ່​ເຊີ​ແນວ ພວມ​ຕົກ​ເຂົ້າ​ສູ່​ສະພາບບໍ່​ມີ​ທາງ​ອອກດ້ານ​ການ​ເມືອງ ​ອົງການ​ຕິດຕາມ​ສິດທິ​ມະນຸດ​ຊີຣີ ​ໃຫ້​ຮູ້​ວ່າ, ຈຳນວນ​ຜູ້​ເສຍ​ຊີວິດ​ໃນ​ສົງຄາມ​ກາງ​ເມືອງ​ທີ່​ແກ່ຍາວ​ເປັນ​ເວລາ 3 ປີຜ່ານ​ມາ ​ຢູ່​ປະ​ເທດຕາ​ເວັນ​ອອກກາງ​ນີ້ ໄດ້​ເຮັດ​​​ໃຫ້ 136.000 ຄົນ​ເສຍ​ຊີວິດ.

ຂ່າວ/ບົດ​ອື່ນ