ຊີຣີຈະຄິດໄລ່ຊັ່ງຊາແຜນການສ້າງເຂດປອດສົງຄາມຢູ່Aleppo

ຊີຣີຈະຄິດໄລ່ຊັ່ງຊາແຜນການສ້າງເຂດປອດສົງຄາມຢູ່Aleppo - ảnh 1
ເຮືອນ​ຊານ​ຖືກ​ທຳ​ລາຍ​ຢູ່ Bustan Pasha, ບ່ອນ​ໃກ້​ກັບ Aleppo, ​ຊີ​ຣີ
 (ພາບ: AFP/TTXVN)

(vovworld) – ວັນ​ທີ 10/11, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຊີ​ຣີ Bashar al – Assad ໃຫ້​ຮູ້​ວ່າ: ​ໄດ້​ກຽມພ້ອມ​​ພິ​ຈາ​​ລະ​ນາ​ແຜນ​ການ​ຂອງ ສ​ປ​ຊ ສ້າງ​ “ເຂດ​ປອ​ດ​ສົງ​ຄາມ” ຢູ່ Aleppo, ນະ​ຄອນ​ທ່າ​ກ່ຳ​ປັ​ນ​​ທາງ​ພາກ​ເໜືອ​ປະ​ເທດນີ້.

        ຄຳ​ເຫັນ​ດັ່ງ​ກ່າວ​ໂດຍ​ທ່ານ ປະ​ທາ​ນາ​ທິ​ບໍ​ດີ ຊີ​ຣີ Bashar al – Assad ຍົກ​ອອກ​ມາ​ພາຍຫຼັງ​ການ​ພົບ​ປະ​ກັບ​ທູດ​ພິ​ເສດ​ຂອງ ສ​ປ​ຊ ກ່ຽວ​ກັບ ຊີ​ຣີ, ທ່ານ Staffan de Mistura, ຢູ່ Damascus ໃນ​ວັນ​ດຽວ​ກັນ. ຖະ​ແຫຼງ​ການ​ຮ່ວມ​ ພາຍຫຼັງ​ການ​ເຈ​ລະ​ຈາ ໃຫ້​ຮູ້​ວ່າ: ທ່ານ de Mistura ໄດ​້​ປະ​ກາດ​ບັນ​ດາ​ຈຸດ​ຕົ້ນ​ຕໍ​ຂອງ​ຂໍ້​ລິ​ເລີ່ມນີ້​ໃຫ້​ທ່ານປະ​ທາ​ນາ​ທິ​ບໍ​ດີ al – Assad ໄດ້​ຮັບ​ຊາບ. ຜູ້​ນຳ ຊີ​ຣີ ກໍ່​ຖື​ວ່າ: ຂໍ້​ລິ​ເລີ່ມ​ຂອງ​ ສ​ປ​ຊ ເປັ​ນ​ໜ້າ​ຄິ​ດ​ໄລ່​ຊັ່ງ​ຊາ ແລະ ຈະ​​ເຮັດ​ສິ່​ງ​ທີ່​ຈຳ​ເປັນ​ເພື່ອ​ສ້າງ​​ຄວາມ​ສະ​ຫງົບ​ຄືນ​ໃໝ່​ຢູ່ Aleppo.

        ໃນ​ຂະ​ນະ​ນັ້ນ, ຕາມ​ສຳ​ນັກ​ຂ່າວ​ສານ​ທາງການ SANA ຂອງ ຊີ​ຣີ ແລ້ວ, ​ທ່ານທູດ​ພິ​ເສດ de Mistura ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ເຮັດ​ໃຫ້​ແຜນ​ການ​ດັ່ງ​ກ່າວ​ປະ​ກົດ​ຜົນ​ເປັນ​ຈິງ ແລະ Aleppo ແມ່ນ “ການ​ເລືອກ​ເຟັ້ນ​ທີ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ” ເພື່ອ​ສ້າງ​ເຂດ​ປອດ​ສົງ​ຄາມ.


ຂ່າວ/ບົດ​ອື່ນ