ຊີຣີຕີລາຄາຢ່າງຕັ້ງໜ້າຕໍ່ຮອບເຈລະຈາກັບທູດພິເສດສປຊ

ຊີຣີຕີລາຄາຢ່າງຕັ້ງໜ້າຕໍ່ຮອບເຈລະຈາກັບທູດພິເສດສປຊ - ảnh 1
ຫົວໜ້າ​ຄະນະ​ເຈລະຈາ​ຂອງ​ລັດຖະບານ ຊີຣີ Bashar Ja’afari
(ພາບ: AP)

(vovworld) –  ລັດຖະບານ ຊີຣີ ຖະ​ແຫຼງວ່າ: ຮອບ​ເຈລະຈາ​ສຸດ​ທ້າຍ​ກັບ​ທູດ​ພິ​ເສດ ສປຊ Staffan de Mistura ​ໄດ້​ດຳ​ເນີນ​ໄປ “ມີ​ປະ​ໂຫຍ​ດ ​ແລະ ມີປະສິດທິ​ຜົນ”. ຄຳ​ເຫັນ​ດັ່ງກ່າວ​​ໂດຍ​ຫົວໜ້າ​ຄະນະ​ເຈລະຈາ​ຂອງ​ລັດຖະບານ ຊີຣີ Bashar Ja’afari ຍົກ​ອອກ​ມາ​ໃນ​ວັນ​ທີ 26/4 ທີ່​ການປະຊຸມຂ່າວ​ພາຍຫຼັງ​ມີການ​ພົບ​ປະ​ກັບ​ທ່ານ Mistura, ກ່ອນ​ທີ່​ດຳ​ເນີນ​ກາ​ນ​ເຈລະຈາ​ແກ່ຍາວ​ເປັນ​ເວ​ລາ 2 ອາທິດ​ກ່ຽວ​ກັບ​ຊີຣີ ສິ້ນ​ສຸດ​ລົງ​ພຽງ 1 ວັນ​ຢູ່ ​ເຊີ​ແນວ, ປະ​ເທດ​ສະ​ວິດ. ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ກຸ່ມ​ຝ່າຍ​ຄ້ານ ຊີຣີ ຖະ​ແຫຼ​ງ​ໄດ້​ສະ​ເໜີ ສປຊ ບັນດາ​ຝ່າຍ​ຄ້ານ​ຂອງ​ປະ​ເທດ ຕາ​ເວັນ​ອອກ​ກາງ​ນີ້ໂຮມ​ກັນ​​ເຂົ້າ​ເປັນ​ຄະນະ​ໜຶ່ງ​ຢູ່​ຮອບ​ເຈລະຈາ​ຄັ້ງ​ຕໍ່​ໄປ. ນີ້​ແມ່ນ​ຄຳ​ເຫັນຂອງ​ອະ​ດິດຮອງ​ນາຍົກລັດຖະມົນຕີ ຊີຣີ Qadri Jamil, ຜູ້​ຖືກ​ປະທານາທິບໍດີ ຊີຣີ Bashar al – Assad ປົດ​ຕຳ​ແໜ່​ງ​ເມື່ອ​ປີ 2013 ​ແລະ ປະຈຸ​ບັນ​ແມ່ນ​ຜູ້ນຳ​ຂອງ​ກຸ່ມ​ຝ່າຍ​ຄ້ານ​ໜຶ່ງ ​ແລະ ມີ​ການ​ພົບ​ປະ​ຕ່າງຫາກ​ກັບ​ທູດ​ພິ​ເສດ Mistura ​ໃນ​ຮອບ​ເຈລະຈາ​ຢູ່ ​ເຊີ​ແນວ​. ກ່ອນ​ໜ້າ​ນັ້ນ, ທ່ານ Mistura ​ໄດ້​ມານະ​ພະຍາຍາມ​ຮັກສາ​ບັນດາ​ການ​ເຈລະຈາໂດຍ​ບໍ່​ຫົວຊາ​ຕໍ່​ເລື່ອງ​ຄະນະ​ກຳມະການ​ເຈລະຈາຂັ້ນ​ສູງ (HNC) - ຕາງໜ້າ​ໃຫ້​ຝ່າຍ​ຄ້ານ - ​ໄດ້ອອກ​ຈາກ​ໂຕະ​ເຈລະຈາ​ເມື່ອ​ເດືອນ​ກ່ອນ​ຍ້ອນ​​ເຫດຜົນການ​ໃຊ້​ຄວາມ​ຮຸນ​ແຮງ​ປິນ​ຂັ້ນ​ໄດ ​ອັນ​ໄດ້ສົ່ງ​ຜົນ​ສະທ້ອນ​ເຖິງ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍສາມັນ​ຊົນ.


ຂ່າວ/ບົດ​ອື່ນ