ຊ່ອງໂທລະພາບຝລັ່ງຜະລິດຮູບເງົາໂຄສະນາກ່ຽວກັບທ່ອງທ່ຽວຫວຽດນາມ

ຊ່ອງໂທລະພາບຝລັ່ງຜະລິດຮູບເງົາໂຄສະນາກ່ຽວກັບທ່ອງທ່ຽວຫວຽດນາມ - ảnh 1
ຊ່ອງ​ໂທ​ລະ​ພາບ​ຝ​ລັ່ງ​ຜະ​ລິດຮູບ​ເງົາ
ໂຄ​ສະ​ນາ​ກ່ຽວ​ກັບ​ທ່ອງ​ທ່ຽວ​ຫວຽດ​ນາມ
(ພາບ: vietnamtourism)

(vovworld) - ສະ​ຖານ​ທູດ ແລະ ສູນ​ວັດ​ທະ​ນະ​ທຳ​ຫວຽດ​ນາມ ປະ​ຈຳ​ຝ​ລັ່ງ, ກຸ່ມ​ນັກ​ຂ່າວ​ຂອງ​ລາຍ​ການ​ໂທ​ລະ​ພາບ​ຝ​ລັ່ງ Echappees Belles ຫາ​ກໍ່​ສຳ​ເລັດ​ຮູ​ບ​ເງົາ​ສາ​ລະ​ຄະ​ດີ​ໂຄ​ສະ​ນາ​ກ່ຽວ​ກັບ​ການ​ທ່ອງ​ທ່ຽວ​ຫວຽດ​ນາມ ດ້ວຍ​ຫົວ​ຂໍ້​ວ່​າ “ບັນ​ດາ​ຮ້ອຍ​ີ້ມ​ຫວຽດ​ນາມ”. ຮູ​ບ​ເງົາ​​ໃຊ້​ເວ​ລາ 1 ໂມງ 30 ນາ​ທີ, ຟິມ​ຮູບ​ເງົາ “ບັນ​ດາ​ຮ້ອຍ​ຍິມ​ຫວຽດ​ນາມ” ໄດ້​ໂຄ​ສະ​ນາ​ບັນ​ດາ​ຮູ​ບ​ພາບ​​ທີ່ສວຍ​ງາມ​ກ່ຽວ​ກັບ​ທັດ​ສະ​ນີ​ຍະ​ພາບ, ປະ​ເທດ​ຊາດ ແລະ ຊາວ​ຫວຽດ​ນາມ. ຮູບ​ເງົາ​ນີ້​ໄດ້​ອອກ​ໃນ​ຊ່ອງ​ໂທ​ລະ​ພາບ​ຝ​ລັ່ງ France 5 ໃນ​ວັນ​ທີ 18/06 ຜ່ານ​ມາ, ເຊິ່ງ​ໄດ້​ດຶງ​ດູດ​ຜູ້​ຊົມ​ກວ່າ 956.000 ເທື່ອ​ຄົນ. ​ຮູບ​ເງົາ​​ນີ້​ໄດ້​ປະ​ກອບ​ສ່ວນ​ຕັ້ງ​ໜ້າ​ເຂົ້າ​ໃນ​ວຽກ​ງານ​ໂຄ​ສະນາ​ການ​ທ່ອ​ງ​ທ່ຽວ​ຫວຽດ​ນາມ ເຖິງ​ນັກ​ທ່ອງ​ທ່ຽວ ແລະ ເພື່ອນ​ມິດ​ສາ​ກົນ.

ຂ່າວ/ບົດ​ອື່ນ